13/3/55

ໃຍແມງມຸມ

ໂອແມງມູມ ມັນຂະຫຍັນ ດີຂະໜາດ
ທໍາມະຊາດ ສ້າງໃຫ້ມັນ ເປັນແບບນັ້ນ
ມັນສານດາງ ດ້ວຍຍວງໃຍ ດັກກັນກັ້ນ
ມົດແມງຝັ້ນ ຫຼົງເຂົ້າໄປ ຕາຍທັງເປັນ

ແມງມູງເກ່ງ ສ້າງຍວງໃຍ ໃຫ້ໝັ້ນໜຽວ
ສັດຖືກກ້ຽວ ກອດກຸມຮັດ ເປັນຊາກເດນ
ມົດແມງນ້ອຍ ຖືກຮໍ່ຮັດ ໝົດກັມເວນ
ເປັນຊາກເດນ ຕາຍສ້ຽງ ກ້ຽງທຸກໂຕ

ໃຍແມງມູມ ຍັງຝ່າຍແພ້ ໃຫ້ສັດໃຫຍ່
ຫຼືແມງໄມ້ ຕົວແຂ້ມແຂງ ແຮງອັກໂຂ
ເຊັ່ນແມງພູ່ ນົກຕົວໜ້ອຍ ພວກຂີໂກ້
ຫາກເອົາໂຕ ພານໃຍ ຂາດຢ່າງງາມ

ເສກເຊັ່ນດັ່ງ ມະນຸດຄົນ ທີ່ອ່ອນນ້ອຍ
ປັນຍາດ້ອຍ ຄຸນຄ່າ ວິຊາຊາມ
ເຖິງຄາວຊວຍ ພິບັດໄພ ເຂົ້າຄຸກຄາມ
ບໍ່ຕ້ອງຖາມ ຊິວິດຈະ ເປັນເຊັ່ນໃດ

ຫາກຄົນຮູ້ ສະຫຼາດຫຼັກ ປັນຍາແຫຼມ
ຄວາມຈົນແຕ້ມ ພ່າຍແພ້ ຕ້ອງຝ່ານໄດ້
ເມື່ອຄາວຍາກ ພົບພານໄພ ຍ່ອມມີໄຊ
ຊີວິດໃສ ຢູ່ກະເສີມ ເພີ່ມພະລັງ

ไม่มีความคิดเห็น:

แสดงความคิดเห็น