12/5/57

ສີລຫ້າຄຳກອນ

(ສີລຫ້າຄຳກອນແບບ ໒)

-- ສີລຂໍ້ໜຶ່ງໃຫ້ຫຼີກເວັ້ນ ຝູງແຫ່ງປານາ
ຄືຂ້າສັດມີຄຸນ ບຽດບຽນຈົນຕາຍສິ້ນ
ທັງຊີວິນຄົນດ້ວຍ ຢ່າທຳລາຍໃຫ້ຊີບລ່ວງ
ລວມທັງບັງບຽດດ້ວຍ ພະຍາມຂ້າຈ່ອງຜານ

- ສິລຂໍ້ທີສອງນັ້ນ ອະທິນນາທານາ ໃຫ້ລະເວັ້ນລັກເຄື່ອງຂອງເຂົາ
ລອບລັກທັງຂະໂມຍຂອງ ບັງບຽດອົມເອົາໄວ້
ຂອງທີ່ເຂົາບໍ່ໃຫ້ ຢ່າຈົງໃຈຄອງຄອບ
ທັງຂອງສົງຂອງລັດດ້ວຍ ກະທຳແລ້ວບາບມະຫັນ

- ສີລຂໍ້ທີສາມນັ້ນ ກາເມແຫ່ງສຸມິສາຈານ
ເສບເມຖຸນນະທັມ ນອກຈາກຜົວເມັຍແກ້ວ
ລູກຂອງເຂົາຈົ່ງໄກເວັ້ນ ຜົວເມັຍເຂົາຈົ່ງລະຫ່າງ
ຄົນທີ່ເເຂົາຮັກຫໍ່ແທ້ ຢ່າລ່ວງເກີນປະເວນີນັ້ນຈົ່ງຫຼີກ

- ສີລຂໍ້ທີສີ່ຈົ່ງຢ່າໄດ້ ເວົ້າລ່າຍບັງປິດ
ມຸສາວາທາ ເວົ້າບໍ່ຈິງລວງລໍ້
ການເວົ້າຈາຂີ້ສໍ້ ລວງປິດບັງລ້ຽວຕໍ່
ມີຄຳໃດເວົ້າໃຫ້ແຈ້ງ ຢ່າບິດບ້ຽວເສື່ອງຄວາມ

- ສິລຂໍ້ທີຫ້າເປັນຕົ້ນເຫງົ້າ ພາໃຫ້ລ່ວງທຳລາຍສິນ ທັງໝົດ
ຄືສຸລາຢາເມົາ ພ້ອມພໍ່າມົວເມົາບ້າ
ກັບການຫຼົງໃຫຼຍົດສັກຊັ້ນ ອຳນາດສູງຕຳແໜ່ງໃຫຍ່
ທັງຊົນຊັ້ນກໍນັບໄດ້ ລວມເຂົ້າເປັນເລື່ອງເມົາ

ເມົາຍົດລືມຕາຍສ້ຽງ ບໍ່ຮູ້ເມື່ອຄີງຄັກ
ເມົາກາຍວາຍຊີວາ ບໍ່ເມື່ອຮູ້ເມື່ອຄີງຈັກດີ້
ເມົາຜົວເມົາເມັຍນັ້ນ ລືມວົງວານພໍ່ແມ່
ຄັນເມົາຂອງໝູ່ນີ້ ທຳລາຍສ້ຽງຍອດສິນ ທ່ານເອີຍ.

ສາຍເຊລຳເພົາ ແຕ່ງ (໒໕ ສິງຫາ ໒໐໑໑)

ไม่มีความคิดเห็น:

แสดงความคิดเห็น