13/9/55

ເເມວໂຜດ

ເເມວໂຜດ
--------------------
- ສຽງແມວຮ້ອງແຈ້ວໆ ແມວແມ່ວແຊວໆ
ດັງເປັນແລວຕາມລົມ ຂ້າງສິມສາລານ້ອຍ
ວອຍໆໂຫຍຫວນໃຫ້ ເອີ້ນຮຽກຫາພໍ່ແມ່
ແມວນ້ອຍແດດ່າວດິ້ນ ຍັງນ້ອຍຍ່າງບໍ່ເປັນ

- ແມວນ້ອຍຊຸມສໍ່ານີ້ ຄົນນຳມາໂຜດກາງວັດ
ຫວັງກຳຈັດຄວາມອຸກ ທຸກຈາກສຽງມັນຮ້ອງ
ເອົາມາກອງກັນໄວ້ ໄລລາປະປ່ອຍ
ແມວນ້ອຍຮັບກຳແທ້ ບໍ່ເຄີນໄດ້ສ້າງເວນ

- ຄົນເປັນຜູ້ກໍ່ສ້າງ ກຳກ່ອນເກີນກຳນົດ
ບໍ່ສົນກົດແຫ່ງກຳ ທີ່ຕົນທຳລົງໄວ້
ລ້ຽງແມວຫວັງພຽງໃຫ້ ຍາມໜູອາລະວາດ
ບາດໜູຫາຍສາບກ້ຽງ ແມວກໍໄຮ້ຄ່າຄຸນ

- ຊໍ້າບໍ່ໜຳຍັງສ້າງຮຸ້ນ ເພີ່ມກຳໃໝ່ໃນກາງວັດ
ໂຜດແມວຫວັງພຽງຫວິດ ໃຫ້ຫ່າງຫູບໍ່ຫວນຮູ້
ຍັງຖູທຳກຳສ້າງ ອະກຸສົນອັນເປັນບາບ
ແມວນ້ອຍຊ່ວຍຕົວເອງບໍ່ມົ້ມ ແນວນີ້ສ້າງເວນ ທ່ານເອີຍ

- ຄວາມທຸກໃນໂລກນີ້ ບໍ່ເທົ່າພາກມານດາ
ພາກບິດາທັງວົງສາ ຖິ່ນພູມພົງເພື່ອນ
ຫ່າງທັງໃຈກາຍໝອງໃໝ້ ຫິວໂຫຍຂາດທີ່ເພິ່ງ
ຊ່ວຍຕົວເອງຍັງບໍໄດ້ ໄພຍັງມີຮອບດ້ານ
---ໃຜຫານທຳແບບນີ້ ຄົງປູ້ຍິ່ງກວ່າແມວ ແງ່ວໆໆໆ.
-------------

ພອ.ເນືອງພິລັກ ໂຊຕິທອນ(ສາຍເຊລຳເພົາ) 13/09/12

ไม่มีความคิดเห็น:

แสดงความคิดเห็น