8/9/54

ປາຣະມັຖພຸດທະສາສນາ ກັບທິສດີກວອນຕັມ(quantum)


ຈາກອາຕອມ ສາດສຸດຍອດ ແມ່ນກວອນຕັມ
ທຽບກັບທັມ ປາຣະມັຖ ທີ່ສູງສຸດ
ທິດສະດີ ສຸດຍອດລໍ້າ ສາດແນວພຸດ
ຍອດວິມຸດ ພັດທະນາ ວິຊາທັມ

ອາຕອມຄື ໜ່ວຍພື້ນຖານ ຂອງສະສາຣ
ນິວຄຣຽດຖານ ບັນຈຸລົບ ເອເລັກຕຣອນ
ປະສົມກັບ ບັນຈຸບວກ ຂອງໂປຣຕອນ
ພະລັງຮ້ອນ ໜ່ວຍໜຶ່ງ ໂມເລກູນ

ອາຕອມເປັນ ສະສາຣ ແປສັນຖານ
ພະລັງງານ ປ່ຽນແປງ ຕາມໂປຣຕອນ
ຫາກນິວຕັນ ລົບບວກ ພະລັງຮ້ອນ
ເປັນໄອອນ ໂມເລກູນ ມູນນິວເຄຣັຍ

ອາຕອມເປັນ ໂມເລກູນ ທີ່ວ່ານ້ອຍ
ຍັງມີນ້ອຍ ກວ່າອາຕອມ ມາກເຫຼືອຫຼາຍ
ຄວອນຕັມນີ້ ນ້ອຍທີ່ສຸດ ເກີນບັນຍາຍ
ຍັງບໍ່ຄາຍ ຄົ້ນຄວ້າພົບ ເຫັນຄວາມຈິງ

ໃນໂລກນີ້ ຍັງມີສິ່ງ ທີ່ພົບຢາກ
ອະນຸພາກ ທາງພຸດ ສຸດວິໄສ
ໂມເລກູນ ວັດຖຸນ້ອຍ ຍັງພົບໄດ້
ອະນຸກູນ ຂອງໃຈ ນ້ອຍກວ່າຈິງ

ພຸດທະສາດ ຄົ້ນພົບ ສັບພະສິ່ງ
ມັນມີຈິງ ພົບໄດ້ຍາກ ຍາກທີ່ເຫັນ
ຫາກໃຜຮູ້ ຮູ້ທີ່ຕົນ ຜົນກໍເປັນ
ຫາກຢາກເຫັນ ຕ້ອງຄົ້ນພົບ ສະເພາະຕົນ

ອັນວ່າຈິຕ ມວນມະນຸດ ນ້ອຍສຸດແສນ
ຄວາມໝັ້ນແກ່ນ ເຈຕະສິກ ນ້ອຍຫຼືອຫຼາຍ
ຄວາມສຸດຍອດ ທາງພຸດ ຍາກບັນຍາຍ
ວັດຖຸກາຍ ຄົ້ນພົບໄດ້ ກໍດ້ວຍທັມ

ອັນວ່າຈິຕ ຄົ້ນພົບໄດ້ ດ້ວຍຕົວຮູ້
ນໍາໄປສູ່ ທາງວິມຸດ ສຸຂເລີດລໍ້າ
ນິພພານະ ປາຣະມັຖ ເປັນຍອດທັມ
ອັນຄວອນຕັມ ຫຼືຈະເທົ້າ ທຽບທຽມທານ 

ไม่มีความคิดเห็น:

แสดงความคิดเห็น