8/9/54

ເສັຍພາສາເໝືອນເສັຍຊາດ

ເສັຍພາສາເໝືອນເສັຍຊາດ
ເສັຍພາສາເໝືອນເສັຍຊາດ ມ້ຽນມິ່ງມໍຣະນັງ
ຊື່ສຽງມວນມາຍມຸດ ລຶບສູນສະຫຼາຍສ້ຽງ
ສຽງບໍ່ໃສຍາມຈາເວົ້າ ສາກົນຄົນເຂົາດູຖູກ
ປະຫວັດຂຽນຂີດແຕ້ມ ແຊມທ້າຍກ່າວປະນາມ
ຮ້ອຍວັນພັນໝື່ນມື້ ຄົນຈາດ່າວິຈານຕິ
ໃຜຫາກທຳລາຍສຽງ ສື່ອັກສອນພາສາເວົ້າ
ພໍພຽງເຍົາຫຼືສູນສິ້ນ ອັກສອນສິນພາສາສາດ
ຊາດກໍມ້ວຍມິ່ງສ້ຽງ ພື້ນຖານເຄົ້າກໍເລົ່າເພ
ວັດທະນະທຳທີ່ອາດເອ້ ປະດັບຊາດແຊມຊອນ
ກໍມ້ວຍມອນຫຼຸດລົງ ບ່ຽງເບນຈົນເປັນເປັ້ຍ
ເຫຼືອແຕ່ພຽງຢູ່ໃນເຈັ້ຍ ເສັຍຄຸນສູນເປົ່າ
ເຫັນຂອງເຂົາເປັນດອກໄມ້ ບູຊານ້ອມເບັ່ງບານ
ການປົກຄອງວຽກບ້ານ ທີ່ພັກລັດໄດ້ປົກປັກ
ກໍເລົ່າຢຸດຊະງັນງັກ ຍ້ອນມືດຕັນບໍ່ເຫັນຮູ້
ຄົນທີ່ທຳການນ້ອມ ສະໜອງງານກໍມືດບອດ
ມອງບໍ່ເຫັນແບບເບື້ອງ ນະໂຍບາຍບັ້ນບ່ອນໝາຍ
ສ່ວນກົດໝາຍເປັນຍອດແກ້ວ ປົກຄອງຊາດໃຫ້ຄົງທົນ
ເຖິງວ່າດີພຽງໃດ ກໍເລົ່າແປໄປເປັນຮ້າຍ
ສະໜອງງານບໍ່ເຕັມຮ້ອຍ ຍ້ອນອັກສອນເສັຍສູນເສື່ອມ
ບັນຍັດລົງຖືກຕ້ອງແລ້ວ ກໍແປປິ້ນປ່ຽນຄວາມ
ສາສະໜາແຕ່ເກົ່າກີ້ ທີ່ສືບທອດມານານເຫິງ
ຕັ້ງແຕ່ເປີງປາງຍຸກ ພຣະເຈົ້າຟ້າມງຸ່ມນຳພານ້ອມ
ບັນດິດມີຄວາມຮູ້ ບໍ່ຫານຂຽນສືບຕໍ່
ອັກສອນຫຼໍ່ດ່າງດ້ອຍ ຄວາມຄົນເວົ້າກໍເສື່ອມລົງ
ເພາະວ່າທຸກວຽກບ້ານ ການເມືອງສິ່ງແນວຄົມລົບ
ຖືກບັນທຶກຂຽນລົງ ດ້ວຍອັກສອນລາວລ້ວນ
ຈົ່ງຕ້ອງຄວນປົກປ້ອງ ພາສາລາວໃຫ້ເໝືອນເກົ່າ
ຢ້ານລາວລືມຊາດເຄົ້າ ໜີໄປເຂົ້າເພິ່ງເຂົາ ຫັ້ນນາ
ພາສາບອກຊາດເຊື້ອ ເຄືອເຜົ່າວົງວານ
ສະກຸນເດີມດາສັງ ປະກາດຄວາມຄຳແຈ້ງ
ສືບທວນທາວສະແຫວງຄົ້ນ ຂຸດຄົວຄົນຈົນປີ້ນປົ່ນ
ຄຸນຄ່າຄົນທີ່ສືບຄົ້ນ ຊື່ສຽງພົ້ນພົ່າສູງ
ຝູງມະນຸດຊາດເຊື້ອ ພາສາສາດແນວກຳນົດ
ກົດບອກຄວາມຄຳຄັກ ແຍກຄົນໃຫ້ສູງພົ້ນ
ພາສາຄົນຄວາມຄຳເວົ້າ ໄດ້ຈັດແຈງແຈກຈ່າຍ
ສື່ສານຊີ້ບົ່ງເລື່ອງ ບັນຍາຍແຈ້ງໃຈຄວາມ
ຄົນຈະຮູ້ຄ່າເຄົ້າ ພື້ນຖານເກົ່າຂອງຕົນ
ຄົນຈາກຮອບບັນທຶກ ທີ່ຂີດຂຽນສະຫຼັກໄວ້
ໃນແຜ່ນຫີນສີລາກ້າ ໃນເຈັຍສາໃບລານເກົ່າ
ຖ້າຄົນເຮົາກືກໃບ້ ກໍຈົນໄຮ້ຄ່າບໍ່ມີ
ປ່ອຍໃຫ້ຊາດອື່ນຊີ້ ຈູງຈ່ອງສະໝອງໄຫຼ
ເຫຼືອແຕ່ກາຍເດີນຫັນ ດັ່ງຄວາຍໃຫ້ເຂົາໃຊ້
ຈູງເຄົາໄປເໜືອໃຕ້ ຕາມໃຈທີ່ເຂົາຊອບ
ສ່ວນຣະບອບແບບເບື້ອງ ທາງຊິກ້າວແມ່ນບໍ່ມີ
ຈິດໃຈຊາດກໍລັບລີ້ ປີ້ປົນເປັນຄົນປຶກ
ເຖິງຊິເອົາຄຳສອນ ໂກດກືກອງລ້ານ
ມາອົບຮົມໃຫ້ສົມແມ້ງ ມະໂນໃນໃຈຊື່ນ
ຍິ່ງຈະລື່ນຮີດເຄົ້າ ເພາະພາສາເວົ້າຖືກປ່ຽນແປງ
ພາສາເປັນສິ່ງແຈ້ງ ບອກຊາດສີວິໄລ
ບອກຊີວິດຈິດໃຈ ພຶດຕິກັມການກ້າວ
ບອກເຖິງຄວາມແຂງເຂັ້ມ ພະລັງແຮງຂອງຊາດ
ທຸກມິ່ງມວນທີ່ຊາດຢັ້ງ ອັກສອນແຕ້ມຂີດຂຽນ
ຫາກພາສາຖືກລຶບຫ້ຽນ ປະປ່ອຍໄປຕາມກັມ
ເຖິງຊິພັດທະນາວັດທະນະທັມ ການປົກຄອງໃຫ້ແຂງເຂັ້ມ
ກໍບໍ່ເຕັມຕາມຕັ້ງ ຄວາມສົມຫວັງມະນຸດຊາດ
ເອກະລາດກໍຖືກມ້າງ ໂດຍບໍ່ຮູ້ເມື່ອຄີງ
ອັນນີ້ຮຽມມາຄິດໃຄ່ຮູ້ ຊິ້ງຊອມເບິ່ງພາສາລາວ
ນັບມື້ວັນຕາຍລືມລົບ ຫຼຸ້ຍຫຼໍລົງເລື້ອຍ
ທັງສຽງຈາຄວາມຄຳເວົ້າ ອັກສອນຂຽນໄປຕາມຊອບ
ບໍ່ປະກອບໄປຕາມເຄົ້າ ພາສາຊັ້ນຊາດຈະເຣີນ
ສະນັ້ນ, ຈຶ່ງໄດ້ຮ້ອງຮຽກເອີ້ນ ເຊື້ອເຜົ່າຊາວລາວ
ຈົ່ງຄ່ອຍຊູພາສາ ຊາດລາວໃຫ້ຄົງໄວ້
ເພື່ອສ້າງລາວໃຫ້ໃສເຫຼື້ອມ ເຮືອງຮອງໝັ້ນແກ່ນ
ຕາມແນວທາງທີ່ພັກຊີ້ ປະຊາພ້ອມປະກອບການ ທ່ານເອີຍ

ໝາຍເຫດ: ພາສາເສັຍ ໝາຍເຖິງພາສາຮັບໃຊ້ສັງຄົມບໍ່ທົ່ວເຖິງ, ພາ ສາວິບັດ, ພາສາວິປະຣິດ, ຂຽນຜິດ, ບໍ່ສາມາດອະທິບາຍໃນລັກສະນະທາງ ຕັກ ກະໄດ້, ບໍ່ມີວິວັດທະນາການໄປຕາມການ ປ່ຽນແປງຂອງສັງຄົມ, ການເມືອງ, ການປົກຄອງ. ວິທະຍາສາດ ແລະເຕັກໂນໂລຍີສະໄໝໃໝ່ ບໍ່ມີເອກະລັກຂອງ ຊາດ ທັງວັດຈະນະພາສາ ແລະອັກຂະຣະພາສາ

ไม่มีความคิดเห็น:

แสดงความคิดเห็น