8/9/54

ຄົນລາວ

ຄົນລາວ ໃຜວ່າຊາດຕໍ່າຕ້ອຍ ດ້ອຍຄ່າສູນສັກ
ໂລກາກ່າວ ລືກຽນຄັກ ຮູ້ກັນປະຈັກແຈ້ງ
ຄົນລາວ ເໜືອກາງໃຕ້ ລາວທີ່ໄລບ້ານເກີດ
ລາວທີ່ເຂົາບິແບ່ງໃຫ້ ໄກດິນຮ້ອຍໝື່ນຊ້າງ ຍັງຄົງໝັ້ນເປັນລາວ

ຄົນລາວຊາດເອກອ້າງ ທະນົງກຽດລືສັກ
ລາວຊື່ດຽວຍັງປະຈັກ ທົ່ວສາກົນພື້ນ
ໄທເໜືອຕົກກາງໃຕ້ ພູໄທພວນພໍ່າ
ໄທໂຍນຍວນພ່ອງລື້ ເຂີນພ້ອມກໍແມ່ນລາວ

ໄທແດງໄທດໍາດ້ວຍ ລວມໝູ່ເປັນລາວດຽວ
ເນົ່າເນັ່ງໃນດິນລາວ ນອກແດນຍັງຄົງໝັ້ນ
ລາວທີ່ໄລດິນກໍ້າ ໄປເນົານໍາແຖວຢູໂຣບ
ອະເມຣິກາທະວີບລໍ້າ ອົດຊີພຸ້ນກໍແມ່ນລາວ

ຄົນລາວເກີດຢູ່ກໍ້າ ພູມີພາກດິນໃດ
ພິພົບຄົນໂລກາຜືນ ກໍແມ່ນລາວດຽວລ້ວນ
ຈິດໃຈລາວແຂງເຂັ້ມ ວັດທະນະທັມບໍ່ມີເສື່ອມ
ເລືອດຍັງແດງບໍ່ດ່າງດ້ອຍ ສະເໝືອນເກືອເມັດນ້ອຍ ບໍ່ມີມື້ຈືດຈາງ

ຄົນລາວເນົາພາກພື້ນ ປະເທດຊາດມາຕຸພູມ
ພ້ອມພໍ່າພຽງພົງພັນ ວັດທະນາການກ້າວ
ສຸມເຮື່ອແຮງປັນຍາດ້ວຍ ກໍາລັງໃຈໃສສະອາດ
ພັດທະນາຊາດກ້າວ ໃຫ້ເຮືອງຂຶ້ນລື່ນທະວີ

ລາວເຮົາແຕ່ກ່ອນກີ້ ມີຄວາມຍາກເຫຼືອຫຼາຍ
ໃຜກໍເຫັນນໍາກັນ ບໍ່ຢາກຈາໃຫ້ມັນຊໍ້າ
ຄວນເນັ່ງນໍາໃຫ້ເຫັນແຈ້ງ ຈຸດດີຈຸດອ່ອນ
ສອນເຜົ່າພົງພີ່ນ້ອງ ໃຫ້ແຈ້ງທົ່ວພັນ

ຄົນລາວທຸກສໍ່າຊັ້ນ ເນົາພາກພູມີແດນໃດ
ກໍເປັນລາວດັ່ງດຽວ ບໍ່ແບ່ງສອງໃຫ້ລາວມ້ວຍ
ຊ່ວຍກັບປົກປັກປ້ອງ ປອງປຸນໃຫ້ລາວເດັ່ນ
ເປັນຫຼານເຫຼັນບູລຸດກ້າ ພຣະຍາຟ້າງຸ່ມງໍາ ທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น