6/9/54

ຕົ້ນຕານປ່ຽວ

ຕົ້ນຕານປ່ຽວ
ອັນຕານປ່ຽວຕົ້ນດຽວ ປ່ຽວແຕ່ຕົ້ນ
ບໍ່ເໝືອນຄົນຢູ່ໂດດດ່ຽວ ປ່ຽວເອກາ
ຫາກມີທຳຄຳສອນ ພຣະສຳມາ
ອັນຄຸນຄ່າຄວາມໂດດດ່ຽວ ປະເສີດຈິງ
ຕົ້ນຕານປ່ຽວຢືນໂດດດ່ຽວ ມອງເຫັນໄກ
ຢືນຢູ່ໄດ້ຄົງທົນ ສູ້ລົມຝົນ
ເຖິງແດດຮ້ອນລົມໜາວ ຕົ້ນຕານທົນ
ສາທຸຊົນເບິ່ງຕົ້ນຕານ ໃຫ້ບານໃຈ
ຄົນຕົວປ່ຽວດຽວດາຍ ກໍຢູ່ໄດ້
ຫາກຮູ້ໃຊ້ຊີວິດຈິງ ຢ່າງເໝາະສົມ
ປະກອບການສຳມາ ໜ້າພິລົມ
ຄວາມສຸກສົມຍ່ອມຈິລັງ ຢັ້ງຍືນນານ
ກາຍໂດດດ່ຽວໃຈບໍ່ປ່ຽວ ດ່ຽວເອກາ
ເອົາພຣະທຳອົງສຳມາ ເປັນຍາປົວ
ລົດລະເລີກໂລບໂກດຫຼົງ ສິ່ງເມົາມົວ
ແລ້ວກຽມຕົວມຸ່ງໄປສູ່ ທາງເອກາ*
ອະທິບາຍສັບ *ທາງເອກາ ຄື ເອກາຍະໂນ ມັຄໂຄ = ເສັ້ນທາງສາຍເອກ ກົງໄປສຸ່ນິພພານຢ່າງດຽວ.

ไม่มีความคิดเห็น:

แสดงความคิดเห็น