6/9/54

ວັນເດືອນດັບ

- ວານີ້ ເປັນເດືອນຫົກດັບສຸດສ້ຽງ ໝົດເດືອນເຕັມສິບຫ້າຄໍ່າ ທ່ານເອີຍ.
ປົກກະຕິມາດແມ້ງ ປະຊາສ້າງສືບບຸນ
ເດືອນຫົກດັບວານີ້ ປະຊາຊື່ນທໍາບຸນ
ໃຜກໍບານໃຈສຸກ ໃບໜ້າໃສບໍ່ມີງໍ້

- ບໍ່ມີໃຜຖອຍທໍ້ ຕົກໃຈໃນວັນຈາກ
ວັນດັບເຮົາກໍ່ສ້າງ ສິນທານຊ້ອຍຊື່ນມະໂນ
ເດືອນຫົກຟ້າຮ້ອງໂປ້ງ ຝົນຢາດລົງບໍ່ແຮງ
ມອງເວຫາເມຄາ ເມກບັງໝົດກ້ຽງ

- ວັນນີ້ ເດືອນເຈັດຂຶ້ນ ວັນດີໜຶ່ງມື້ຄໍ່າ (ເຂົາເຊື່ອຈັງຊັ້ນ)
ຟ້າກໍເປັນດັ່ງນັ້ນ ສະເໝີພ້ຽງມື້ວານ
ວານີ້ວັນດັບແທ້ ຟ້າຮ້ອງຮ່ວຍໆຝົນກໍຮວຍ
ວັນນີ້ຝົນກໍຮວຍໆຕົກ ດັ່ງວັນດັບນັ້ນ

- ຟ້າກໍມີເມຄາເຟື້ອ ສະເໝືອນວັນທີ່ຜ່ານ
ບໍ່ມີຫຍັງແປກປິ້ນ ເປັນໄປແທ້ຕ່າງກັນ
ວັນຂຶ້ນໜຶ່ງຄໍ່ານັ້ນ ໃຜກໍວ່າວັນດີ
ຊ້າງແກ້ວລີລາຝາຍ ຂຶ້ນສູ່ໂຮງຄໍາແກ້ວ

- ໃຜກໍແຊວໆຮ້ອງ ວ່າວັນດີຂຶ້ນໜຶ່ງຄໍ່າ
ໃຜກໍຕົກແຕ່ງຫ້າງ ກະທໍາສ້າງມື້ມຸງຄຸນ
ຂຶ້ນໜຶ່ງຄໍາແລ້ວຄົນກໍເປັນວຸ້ນໆ ຂຶ້ນຮ້ານໃໝ່ວັນດີ
ປູກເຮືອນທັງຫໍໂຮງ ກໍເຮັດກັນໄວວາຟ້າວ

- ວານີ້ເດືອນດັບນັ້ນ ບໍ່ມີໃຜຮັກຫໍ່
ຢ້ານວ່າວັນອຸບາດຮ້າຍ ທໍາລາຍສ້ຽງເສື່ອມສູນ
ເຂົາວ່າວັນບໍ່ຄູນແທ້ ຖືກັນຜິດພາດ
ຊາວພຸດແທ້ບໍ່ຢ້ານ ພາກັນສ້າງສ່ວນກຸສົນ

- ຜູ້ຖືກຮືກພັດໝົ້ນ ຊອກຫາຣືກຍາມດີ
ແຕ່ບໍ່ທໍາດີດອມ ກໍເປົ່າສູນເສັຍສ້ຽງ
ຄອຍເບິ່ງວັນວານີ້ ເດືອນດັບສິບຫ້າຄໍ່າ
ກັບວັນຂຶ້ນໜຶ່ງຄໍ່າແທ້ ບໍ່ແປປິ້ນຕ່າງກັນ

- ຄວາມດີໃຜຢາກສ້າງ ຢ່າຄອງຄອບຄອຍວັນ ທ່ານເອີຍ
ວັນບໍ່ດີຕາມເຮົາ ຫາກບາບກັມນໍາຕ້ອງ
ເຮົາທໍາດີກັນໄດ້ ວັນໃດບໍ່ເລືອກບ່ອນ
ວັນອຸບາດແທ້ຊົ່ວຮ້າຍ ຫາກຄົນຮູ້ຢູ່ສະບາຍ

- ຄອຍວັນດີທໍາຣືກສ້າງ ພາກສ່ວນການກຸສົນ
ວັນດີມີທຸກວັນ ຫາກສ້າງດີໃສແຈ້ງ
ຫາກທໍາຊົ່ວມົວເມົາບ້າ ໃນວັນດີບໍ່ເຂົ້າທ່າ
ຊົ່ວກໍຕອບບາບກໍຖ້າ ທໍາລາຍສ້ຽງໃຫ້ສາບສູນ

- ຊາວພຸດຄວນຮຸ່ງແຈ້ງ ໃຫ້ເຫັນຮ່ອມທາງຄວນ
ວັນສິນເພັງຫຼືດັບ ໃຫ້ສ້າງບຸນກຸສົນຄໍ້າ
ວັນບໍ່ບັນດານໃຫ້ ເຮົາຫຍັງຈັກຢ່າງ
ເຮົາສ້າງບຸນສືບສ້າງ ບຸນກໍເຂົ້າຕອບສະໜອງ ທ່ານແລ

ไม่มีความคิดเห็น:

แสดงความคิดเห็น