ວິສາຂາລ້ຳລຶກ
ໂດຍ: ສາຍເຊລຳເພົາ(ພອຈ.ເນືອງພິລັກ ໂຊຕິທອນ)
- ສິບນິ້ວຍົກໃສ່ເກົ້າ
ເນົາແນບເໜືອສຽນ
ລຽນລໍານໍາຊູຖວາຍ
ອັງຊະລີພຣະກອນນ້ອມ
ປັນຈາງກາຍກຽມພ້ອມ
ອະພິວັນທະນາການແນບເນັ່ງ
ເປັ່ງວາຈາກ່າວໄຫວ້
ວັນທາໄທ້ໜໍ່ພຸດໂທ
- ສຸຄະໂຕເລີດລໍ້າ
ພຣະອົງຍິ່ງເໜືອໂລກັນ
ພຸດທະວັນລີລາຜາຍ
ເປັນຍອດຄົນອະນັນລໍ້າ
ຍິ່ງກວ່າຄົນໃນກໍ້າ
ໂລກາໄກເກີນເຂດ
ທວາຍເທດເໜືອນ່ານຟ້າ
ວັນທານ້ອມຍົກຍໍ
- ພຣະອົງເປັນໜໍ່ໄທ້ ອົງເອກສັບພັນຍູ
ເປັນຍອດຄູຂອງມະນຸດ
ໝູ່ເທວະດາດ້ວຍ
ພຣະອົງສອນໃຜແທ້
ບໍ່ເຄີຍມີຕົກຕໍ່າ
ນໍາເອົາຕົນລອດພົ້ນ
ຈະເລີນກ້າວຮຸ່ງເຮືອງ
- ພຣະອົງເປັນບາດເບື້ອງ ເໝືອນດັ່ງນາວາຫຼວງ
ນໍາປວງຊົນນະຄອນຄາມ
ໄຕ່ຕາມພຣະອົງພົ້ນ
ບໍ່ວ່າຄົນສູງຊັ້ນ
ບັນດິດນັກປາດ
ຂ້າທາດສັກຕໍ່າຕ້ອຍ
ກໍນໍາຂ້າມບໍ່ໃຫ້ຫຼໍ
- ຈຶ່ງວ່າ ພຣະອົງເປັນໜໍ່ເນື້ອ ນາມໜຶ່ງພຣະສັດຖາ
ສາດສະດາອົງດຽວ
ຜູ້ອັ່ງນອງພຣະທຳແທ້
ນັບວ່າມີຄຸນລໍ້າ
ຫາໃຜທຽມທັນທ່ານ
ຈັກກະວານກ່າວຍ້ອງ
ນໍາພົນຂ້າມພຣະນິບພານ
-
ຄຸນພຣະອົງເກີນກວ່າລ້ານ ລົ້ນລື່ນເກີນຊິນັບ
ແທ້ດາຍ
ຈັບເອົາພຽງພໍຈາ
ກໍຍິ່ງສູງສະເໝີຟ້າ
ພຣະປັນຍາທິຄຸນກ້າ
ພຣະສັດທຳສັດຈະເຈດ
ພຣະອົງເທເທດໄວ້
ຫຼາຍລົ້ນລື່ນໄຕ
-
ພຣະບໍຣິສຸດທິຄຸນໄດ້
ໝົດຈົດຍອດບໍ່ມີໝອງ
ກິເລດມານຕາຍກອງ
ມຸ່ນກະຈວນກະຈາຍຟົ້ງ
ບໍ່ມີຫຼົງເຫຼືອໄວ້
ຄົງຄາຈັກສະໜ່ອຍ
ພຣະອົງກົງຈ່ອຍໆ
ສະເດັດເຂົ້າສູ່ນິບພານ
- ພຣະມະຫາທິຄຸນຍິ່ງສະທ້ານ ກວາມເມກເຮືອງຣິດ
ພຣະອົງມີເຫຼືອຫຼາຍ
ຍາກຊິພັນລະນາສ້ຽງ
ຜະດຽງນໍາພົນຂ້າມ
ໂອຄະຫຼວງອັນກວ້າງໃຫຍ່
ເໜືອແຜ່ນໄຕພົບພື້ນ
ຕາມເບື້ອງບາດພຣະອົງ
- ນັບຕັ້ງແຕ່ພຣະອົງໄດ້ ຕັດສະຮູ້ສ່ອງເປັນພຸດທະ
ໜໍ່ພຣະໂຄຕະມະ
ແຜ່ໂພທິຍານກວ້າງ
ແກ່ປວງຊົນທັງຫຼາຍລ້ວນ
ບໍ່ຜັນແຜແບ່ງແຍກ
ຍົກຍໍຊົດຊ່ວຍໃຫ້
ສະເໝີດ້າມດັ່ງກັນ
- ພຣະອົງນັບແຕ່ໄດ້ ຕັດສ່ອງສໍຣະຍານ
45
ວັດສາການ ບໍ່ເນັ່ງເນົານອນລ້າ
ຫວັງເພື່ອພາພົນຂ້າມ
ມະຫາສະໝຸດໃຫ້ພົ້ນເຂດ
ພຸດທະກິດທີ່ພຣະອົງສ້າງ
ຄວນອ້າງກ່າວເຖິງ
- ປຸບພັນເຫ ຕື່ນແຕ່ເຊົ້າ ພຣະອົງທ່ຽວໂຜດສັດ
ບິນທະບາດໄປຕາມທາງ
ໂຜດຄົນທັງຄ້າຍ
ໝາຍເພື່ອໄປປົດເປື້ອງ
ໃຫ້ບຸກຄົນໄດ້ພົ້ນຜ່ານ
ຫຼຸດອອກຈາກຄວາມໂງ່ຈ້າ ຫັນໜ້າສູ່ກະເສີມ
- ສາຍັນເຫ ຕາເວັນບ່າຍຄ້ອຍ ໂຄ້ງອ່ວຍລົງແລງ
ພຣະອົງເທສະໜາສອນ
ໂຜດຄົນທີ່ມານ້ອມ
ທັງໝູ່ລາຊາເຈົ້າ
ຄອງເມືອງນະຄອນຣາດ
ທັງອາມາດຮັບໃຊ້
ປະຊາເຊື້ອທຸກເຜົ່າຊົນ
-
ປາໂທເສ ມືດອໍ່າຄໍ້າ ມິດມີ່ຕາເວັນຕົກ
ພຣະອົງເທດສະໜາສອນ
ໝູ່ສົງພິກຂຸເຈົ້າ
ຜູ້ທີ່ຫວັງມາເຝົ້າ
ຖາມບັນຫາທູນເຫດ
ພຣະອົງເທເທດໃຫ້
ໄຂແຈ້ງຍົກພຣະທັມ
-
ອັຕຖະຣະເຕ ກໍ້າ ເດິກດື່ນທ່ຽງຄືນ
ຝູງໝູ່ຄົນທຳມະດານອນ
ແຕ່ພຣະອົງຍັງສອນເຊື້ອ
ເທວະດາມາເຝົ້າ
ພຣະພົມມາຖາມເຫດ
ພຣະອົງເທເທດໃຫ້
ໄຂແຈ້ງບໍ່ເສື່ອງອໍາ
- ປັດຈຸດເສ ແສງທອງອໍ້າ ໃກ້ຊິຮຸ່ງນະພາໃສ
ພຣະອົງຊົງຍານຫຼິງ
ກວດດູຂະຫຍາຍກວ້າງ
ຈ້ອງສ່ອງແຍງທິບພະຈັກຂຸຂ້າມ
ກວາມໄຕໂລກດ່ານ
ເຫັນສ່ອງຍານຢັ່ງຮູ້
ຄົນທີ່ຕ້ອງໄປຊ່ວຍປອງ
- ສິ່ງທີ່ພຣະອົງທໍານັ້ນຖືກຕ້ອງ ເປັນແບບຢ່າງຕາມຄວາມຈິງ
ພຸດໂທ
ເມ ນາໂຖ ເປັນທີ່ເພິ່ງພິງຄົນແທ້
ຂໍແກ່ວັນທານ້ອມ
ຍໍພຣະກອນນົບນ້ອມ
ເໜືອຫວ່າງສຽນເກດເກົ້າ
ຄະນິງເບື້ອງຫ່ອມພຣະທຳ
- ຊາວໂລກເບື້ອງຝ່າຍກໍ້າ ທະວີບອື່ນໂລກາໄກ
ຍົກເອົາວັນວິສາຂາມາ
ປະກາດໄກກຽງລໍ້າ
ຍົກເປັນວັນສໍາຄັນຄໍ້າ
ໃຫ້ປວງຊົນໄດ້ສືບຕໍ່
ສຶກສາແບບບາດເບື້ອງ
ພຣະອົງໄວ້ແລ້ວໄຕ່ຕາມ
- ຊາວພຸດລາວບໍ່ໄດ້ຂວ້າມ ກ້າວກ່າຍແລະລືມຫຼົງ
ເຖິງວັນເພັງເດືອນຫົກ
ໄດ້ຮ່ວມກັນຖວາຍນ້ອມ
ນັບແຕ່ລາວຈະເລີນຂຶ້ນ
ພັດທະນາເອກະລາດ
ຫຼາຍຮ້ອຍປີລ່ວງຂວ້າມ
ລາວກໍນ້ອມບໍ່ເສື່ອມຄາຍ
ຊອບແລ້ວ.
- ວັນນີ້ ເປັນວັນຄ້າຍ ເຫດການໃຫຍ່ໃນຊີວິດ
ພຣະອົງແລ້ວ
ເປັນທີ່ອັດສະຈັນໃຈ
ຍາກຄົນຊິທຳໄດ້
ຫາໃຜໃນຈັກກະວານກວ້າງ
ຈະທຳການເໝືອນພຣະອົງທ່ານ
ສາມເຫດການທີ່ກ່າວອ້າງ
ຄວນນ້ອມໃສ່ໃຈ
- ເຫດການໜຶ່ງນັ້ນບອກໄວ້ ເປັນວັນເກີດມະຫາບູຣຸດ
ໜໍ່ພຣະພຸດທາງກຸໂລ
ປະເສີດສີແສນລ້ານ
ເປັນກຸມານພຣະອົງນ້ອຍ
ກາງໄພປ່າໄມ້ໃຫຍ່
ສີສຸດໂທທະນະ-ມະຫາມາຍາມອບໃຫ້
ສາກົນໄດ້ເພິ່ງບຸນ
- ເຫດການສອງໄຕໂລກໄດ້ ເປັນວັນໃຫຍ່ມະຫາໄຊ
ຕັດສະຮູ້ພຣະແຂໄຂ
ແຈ້ງສ່ອງຍານເຍືອງຮູ້
ອົງພຣະສັບພັນຍູເຈົ້າ
ເຫັນປັນຍາທຳດວງປະເສີດ
ພຣະອົງເລີດລື່ນແທ້
ຫາໃຜໄດ້ໄປ່ສະເໝີ
- ເຫດການສາມໂລກອ່າວເພີ້ ພຣະອົງຈາກມວນມະນຸດ
ຫຼຸດຈາກໂອຄະຫຼວງ
ສູ່ນິບພານອັນນັນລ້ຳ
ວາງແຕ່ພຣະທຳໄວ້
ໃຫ້ຊາວຊົນໄດ້ຕາມໄຕ່
ໂລກວິໄລກ້າວໜ້າ
ມາເທົ້າທຸກວັນ
- ດ້ວຍສາມເຫດການໃຫຍ່ນັ້ນ ຊາວພຸດຈຶ່ງທໍາບຸນ
ເນື່ອງໃນວັນເດືອນຫົກເພັງ
ວິສາຂາບູຊານ້ອມ
ຂໍແກ່ຊົນຊາວເຊື້ອ
ເຄືອລາວນ້ອຍໜຸ່ມ
ຈົ່ງເຊີດຊູປຸ້ມລຸມສະຫຼອງວັນປະເສີດນີ້
ໃຫ້ຍືນໝັ້ນຢູ່ຄູ່ລາວ ທ່ານເອີຍ.
AdwCleaner Crack is a effectual as well as particular software that helps you preserve your computer secure as of some disease. AdwCleaner Key allow you quickly obtain greatly enhanced consumer data on your computer also find clear of these type of plans to hunt the mesh.
ตอบลบAdwCleaner Crack