6/9/54

ທ້ອງຟ້າແດງທາງຕາເວັນຕົກ ແລະສົ່ງແທງທາງຕາເວັນອອກ ແລງວັນທີ 7 ກໍລະກົດ 2011

24690851050995840862.jpg58409416077083260237.jpg12458513362737675029.jpg14509847738826878029.jpg07012230697705137987.jpg31026047892959498878.jpg85126789390532467077.jpg21313168248955972279.jpg28953412906424953196.jpg31976443949145357339.jpg
ແລງວັນທີ 07/07/11 ເວລາທີ່ຖ່າຍ 18:46 ໂມງ, ຈຸດທີ່ຖ່າຍ ສະໜາມຫຼວງຫໜ້າຫໍສະພາ ດ້ານເໜືອ ຖ່າຍດ້ວຍກ້ອງ ໂທຣະສັບ NOKIA C7.00 ຂະໜາດພິກເຊລ 6 ລ້ານພິກເຊລ

-------------

ທ້ອງຟ້າແດງ ສະແຫຼງໃຈ ເມື່ອໄດ້ພົບ
ຈັ່ງແມ່ນຈົບ ຈັ່ງແມ່ນງາມ ຍາມໄດ້ມອງ
ອັດສະດົງ ອາທິດລົງ ແສງແດດຕ້ອງ
ຍາມໄດ້ມອງ ເບິ່ງທ້ອງຟ້າ ໜ້າພິລົມ

ວັນທີເຈັດ ເດືອນທີເຈັດ ຍາມຄິມຫັນ
ປີສອງພັນ ສິບເອັດ ວັນເໝາະສົມ
ຈັ່ງແມ່ນງາມ ເຫຼືອຄະນາ ແກ່ຜູ້ຊົມ
ຟ້າງາມສົມ ຄົນບໍ່ຊົມ ໄຮ້ຄວາມໝາຍ


ເໝືອນຄົນດີ ມີສີນທັມ ກໍໄຮ້ຄ່າ
ຖ້າຫາກວ່າ ຄົນບໍ່ຍ້ອງ ຕ້ອງສູນຫາຍ
ທັງຄົນດີ ທັງຄວາມດີ ກໍມະລາຍ
ຄົນຊົ່ວກາຍ ເປັນເຈົ້າ ເສົ້າກະມົນ

ไม่มีความคิดเห็น:

แสดงความคิดเห็น