6/9/54

ວິສາຂາລໍ້າລຶກ


ວິສາຂາລ້ຳລຶກ
ໂດຍ:  ສາຍເຊລຳເພົາ(ພອຈ.ເນືອງພິລັກ ໂຊຕິທອນ)

- ສິບນິ້ວຍົກໃສ່ເກົ້າ                   ເນົາແນບເໜືອສຽນ
ລຽນລໍານໍາຊູຖວາຍ                               ອັງຊະລີພຣະກອນນ້ອມ
ປັນຈາງກາຍກຽມພ້ອມ                          ອະພິວັນທະນາການແນບເນັ່ງ
ເປັ່ງວາຈາກ່າວໄຫວ້                                ວັນທາໄທ້ໜໍ່ພຸດໂທ

- ສຸຄະໂຕເລີດລໍ້າ                     ພຣະອົງຍິ່ງເໜືອໂລກັນ
ພຸດທະວັນລີລາຜາຍ                              ເປັນຍອດຄົນອະນັນລໍ້າ
ຍິ່ງກວ່າຄົນໃນກໍ້າ                                  ໂລກາໄກເກີນເຂດ
ທວາຍເທດເໜືອນ່ານຟ້າ                        ວັນທານ້ອມຍົກຍໍ

- ພຣະອົງເປັນໜໍ່ໄທ້                   ອົງເອກສັບພັນຍູ
ເປັນຍອດຄູຂອງມະນຸດ                                     ໝູ່ເທວະດາດ້ວຍ
ພຣະອົງສອນໃຜແທ້                              ບໍ່ເຄີຍມີຕົກຕໍ່າ
ນໍາເອົາຕົນລອດພົ້ນ                               ຈະເລີນກ້າວຮຸ່ງເຮືອງ

- ພຣະອົງເປັນບາດເບື້ອງ           ເໝືອນດັ່ງນາວາຫຼວງ
ນໍາປວງຊົນນະຄອນຄາມ                       ໄຕ່ຕາມພຣະອົງພົ້ນ
ບໍ່ວ່າຄົນສູງຊັ້ນ                                      ບັນດິດນັກປາດ
ຂ້າທາດສັກຕໍ່າຕ້ອຍ                              ກໍນໍາຂ້າມບໍ່ໃຫ້ຫຼໍ

- ຈຶ່ງວ່າ ພຣະອົງເປັນໜໍ່ເນື້ອ       ນາມໜຶ່ງພຣະສັດຖາ
ສາດສະດາອົງດຽວ                                ຜູ້ອັ່ງນອງພຣະທຳແທ້
ນັບວ່າມີຄຸນລໍ້າ                                      ຫາໃຜທຽມທັນທ່ານ
ຈັກກະວານກ່າວຍ້ອງ                             ນໍາພົນຂ້າມພຣະນິບພານ

- ຄຸນພຣະອົງເກີນກວ່າລ້ານ                   ລົ້ນລື່ນເກີນຊິນັບ ແທ້ດາຍ
ຈັບເອົາພຽງພໍຈາ                                    ກໍຍິ່ງສູງສະເໝີຟ້າ
ພຣະປັນຍາທິຄຸນກ້າ                              ພຣະສັດທຳສັດຈະເຈດ
ພຣະອົງເທເທດໄວ້                                 ຫຼາຍລົ້ນລື່ນໄຕ

- ພຣະບໍຣິສຸດທິຄຸນໄດ້                           ໝົດຈົດຍອດບໍ່ມີໝອງ
ກິເລດມານຕາຍກອງ                             ມຸ່ນກະຈວນກະຈາຍຟົ້ງ
ບໍ່ມີຫຼົງເຫຼືອໄວ້                                       ຄົງຄາຈັກສະໜ່ອຍ
ພຣະອົງກົງຈ່ອຍໆ                                  ສະເດັດເຂົ້າສູ່ນິບພານ

- ພຣະມະຫາທິຄຸນຍິ່ງສະທ້ານ    ກວາມເມກເຮືອງຣິດ
ພຣະອົງມີເຫຼືອຫຼາຍ                                ຍາກຊິພັນລະນາສ້ຽງ
ຜະດຽງນໍາພົນຂ້າມ                                ໂອຄະຫຼວງອັນກວ້າງໃຫຍ່
ເໜືອແຜ່ນໄຕພົບພື້ນ                             ຕາມເບື້ອງບາດພຣະອົງ

- ນັບຕັ້ງແຕ່ພຣະອົງໄດ້             ຕັດສະຮູ້ສ່ອງເປັນພຸດທະ
ໜໍ່ພຣະໂຄຕະມະ                                  ແຜ່ໂພທິຍານກວ້າງ
ແກ່ປວງຊົນທັງຫຼາຍລ້ວນ                       ບໍ່ຜັນແຜແບ່ງແຍກ
ຍົກຍໍຊົດຊ່ວຍໃຫ້                                  ສະເໝີດ້າມດັ່ງກັນ

- ພຣະອົງນັບແຕ່ໄດ້                  ຕັດສ່ອງສໍຣະຍານ
45 ວັດສາການ                                                 ບໍ່ເນັ່ງເນົານອນລ້າ
ຫວັງເພື່ອພາພົນຂ້າມ                             ມະຫາສະໝຸດໃຫ້ພົ້ນເຂດ
ພຸດທະກິດທີ່ພຣະອົງສ້າງ                        ຄວນອ້າງກ່າວເຖິງ

- ປຸບພັນເຫ ຕື່ນແຕ່ເຊົ້າ                         ພຣະອົງທ່ຽວໂຜດສັດ
ບິນທະບາດໄປຕາມທາງ                        ໂຜດຄົນທັງຄ້າຍ
ໝາຍເພື່ອໄປປົດເປື້ອງ                           ໃຫ້ບຸກຄົນໄດ້ພົ້ນຜ່ານ
ຫຼຸດອອກຈາກຄວາມໂງ່ຈ້າ                      ຫັນໜ້າສູ່ກະເສີມ

- ສາຍັນເຫ ຕາເວັນບ່າຍຄ້ອຍ    ໂຄ້ງອ່ວຍລົງແລງ
ພຣະອົງເທສະໜາສອນ                          ໂຜດຄົນທີ່ມານ້ອມ
ທັງໝູ່ລາຊາເຈົ້າ                                     ຄອງເມືອງນະຄອນຣາດ
ທັງອາມາດຮັບໃຊ້                                  ປະຊາເຊື້ອທຸກເຜົ່າຊົນ

- ປາໂທເສ ມືດອໍ່າຄໍ້າ                            ມິດມີ່ຕາເວັນຕົກ
ພຣະອົງເທດສະໜາສອນ                       ໝູ່ສົງພິກຂຸເຈົ້າ
ຜູ້ທີ່ຫວັງມາເຝົ້າ                                     ຖາມບັນຫາທູນເຫດ
ພຣະອົງເທເທດໃຫ້                                 ໄຂແຈ້ງຍົກພຣະທັມ

- ອັຕຖະຣະເຕ ກໍ້າ                                 ເດິກດື່ນທ່ຽງຄືນ
ຝູງໝູ່ຄົນທຳມະດານອນ                        ແຕ່ພຣະອົງຍັງສອນເຊື້ອ
ເທວະດາມາເຝົ້າ                                    ພຣະພົມມາຖາມເຫດ
ພຣະອົງເທເທດໃຫ້                                 ໄຂແຈ້ງບໍ່ເສື່ອງອໍາ

- ປັດຈຸດເສ ແສງທອງອໍ້າ           ໃກ້ຊິຮຸ່ງນະພາໃສ
ພຣະອົງຊົງຍານຫຼິງ                                ກວດດູຂະຫຍາຍກວ້າງ
ຈ້ອງສ່ອງແຍງທິບພະຈັກຂຸຂ້າມ              ກວາມໄຕໂລກດ່ານ
ເຫັນສ່ອງຍານຢັ່ງຮູ້                                ຄົນທີ່ຕ້ອງໄປຊ່ວຍປອງ

- ສິ່ງທີ່ພຣະອົງທໍານັ້ນຖືກຕ້ອງ    ເປັນແບບຢ່າງຕາມຄວາມຈິງ
ພຸດໂທ ເມ ນາໂຖ                                  ເປັນທີ່ເພິ່ງພິງຄົນແທ້
ຂໍແກ່ວັນທານ້ອມ                                  ຍໍພຣະກອນນົບນ້ອມ
ເໜືອຫວ່າງສຽນເກດເກົ້າ                        ຄະນິງເບື້ອງຫ່ອມພຣະທຳ

- ຊາວໂລກເບື້ອງຝ່າຍກໍ້າ          ທະວີບອື່ນໂລກາໄກ
ຍົກເອົາວັນວິສາຂາມາ                           ປະກາດໄກກຽງລໍ້າ
ຍົກເປັນວັນສໍາຄັນຄໍ້າ                            ໃຫ້ປວງຊົນໄດ້ສືບຕໍ່
ສຶກສາແບບບາດເບື້ອງ                          ພຣະອົງໄວ້ແລ້ວໄຕ່ຕາມ

- ຊາວພຸດລາວບໍ່ໄດ້ຂວ້າມ         ກ້າວກ່າຍແລະລືມຫຼົງ
ເຖິງວັນເພັງເດືອນຫົກ                             ໄດ້ຮ່ວມກັນຖວາຍນ້ອມ
ນັບແຕ່ລາວຈະເລີນຂຶ້ນ                          ພັດທະນາເອກະລາດ
ຫຼາຍຮ້ອຍປີລ່ວງຂວ້າມ                          ລາວກໍນ້ອມບໍ່ເສື່ອມຄາຍ ຊອບແລ້ວ.

- ວັນນີ້ ເປັນວັນຄ້າຍ                  ເຫດການໃຫຍ່ໃນຊີວິດ ພຣະອົງແລ້ວ
ເປັນທີ່ອັດສະຈັນໃຈ                               ຍາກຄົນຊິທຳໄດ້
ຫາໃຜໃນຈັກກະວານກວ້າງ                    ຈະທຳການເໝືອນພຣະອົງທ່ານ
ສາມເຫດການທີ່ກ່າວອ້າງ                       ຄວນນ້ອມໃສ່ໃຈ

- ເຫດການໜຶ່ງນັ້ນບອກໄວ້        ເປັນວັນເກີດມະຫາບູຣຸດ
ໜໍ່ພຣະພຸດທາງກຸໂລ                              ປະເສີດສີແສນລ້ານ
ເປັນກຸມານພຣະອົງນ້ອຍ                        ກາງໄພປ່າໄມ້ໃຫຍ່
ສີສຸດໂທທະນະ-ມະຫາມາຍາມອບໃຫ້    ສາກົນໄດ້ເພິ່ງບຸນ

- ເຫດການສອງໄຕໂລກໄດ້       ເປັນວັນໃຫຍ່ມະຫາໄຊ
ຕັດສະຮູ້ພຣະແຂໄຂ                              ແຈ້ງສ່ອງຍານເຍືອງຮູ້
ອົງພຣະສັບພັນຍູເຈົ້າ                             ເຫັນປັນຍາທຳດວງປະເສີດ
ພຣະອົງເລີດລື່ນແທ້                               ຫາໃຜໄດ້ໄປ່ສະເໝີ

- ເຫດການສາມໂລກອ່າວເພີ້     ພຣະອົງຈາກມວນມະນຸດ
ຫຼຸດຈາກໂອຄະຫຼວງ                               ສູ່ນິບພານອັນນັນລ້ຳ
ວາງແຕ່ພຣະທຳໄວ້                                ໃຫ້ຊາວຊົນໄດ້ຕາມໄຕ່
ໂລກວິໄລກ້າວໜ້າ                                 ມາເທົ້າທຸກວັນ

- ດ້ວຍສາມເຫດການໃຫຍ່ນັ້ນ    ຊາວພຸດຈຶ່ງທໍາບຸນ
ເນື່ອງໃນວັນເດືອນຫົກເພັງ                      ວິສາຂາບູຊານ້ອມ
ຂໍແກ່ຊົນຊາວເຊື້ອ                                 ເຄືອລາວນ້ອຍໜຸ່ມ

ຈົ່ງເຊີດຊູປຸ້ມລຸມສະຫຼອງວັນປະເສີດນີ້     ໃຫ້ຍືນໝັ້ນຢູ່ຄູ່ລາວ ທ່ານເອີຍ.

ไม่มีความคิดเห็น:

แสดงความคิดเห็น