6/9/54

ສັດທະ-ສັດທາ


ສັດທະສຽງກ່າວແຈ້ງ ເປັ່ງອອກເປັນຄວາມ
ກ່າວນະໂມພຸດໂທທັມ ຜ່ອງສົງປະສານແຈ້ງ
ມະໂນໄມລະໄມນ້ອມ ກະເສີມໃຈແຈ້ງເຈຕ
ປະຕິບັດພັ່ງພ້ອມ ສັດທາໝັ້ນ ບໍ່ບ່ຽງເບນ

ສັດທາປົງເຈດແຈ້ງ ວາງໃຈເຊື່ອຕາມວາຈາ
ເວົ້າແນວໃດຈົ່ງເຊື່ອຕົນ ສິ່ງທີ່ໃຈວິຈານແລ້ວ
ປະຕິບັດນໍາພ້ອມ ຕາມວາຈາໃຈເຈຕ(ເຈຕະນາ)
ຄວາມສັດທາຈຶ່ງໝັ້ນ ຜົນຈຶ່ງຝັ້ນເກີດສະໜອງ ທ່ານເອີຍ.

ไม่มีความคิดเห็น:

แสดงความคิดเห็น