8/9/54

ສະບາຍດີປີຊວດ

ປີໝູເດີນອອກໜ້າ...................ຫາຍວັບກັບຕາ
ການເວລາໝູນວຽນ..................ປ່ຽນປີເລີງເລື້ອຍ
ປີໜູຈອນກະໂຈນເຕັ້ນ.................ມາເນົາສະຖິດແນບ
ປີໝູເຫີນຫ່າງແລ້ວ...................໑໒ ປີພຸ້ນຊິຕ່າວມາ
ຂໍໃຫ້ພວກພີ່ນ້ອງ....................ຊຸມຊາດຊາວລາວ
ຈົ່ງຢູ່ຄົງຮຽງສະຖິດ...................ແນບເນົາໃນບ້ານ
ສຸກສຳລານເຣີງເລື້ອຍ.................ກາຍໃຈຢ່າໝອງມຸ່ນ
ຂໍໃຫ້ສຸກສືບສ້າງ....................ພັດທະນາບ້ານໃຫ້ຮຸ່ງເຮືອງ
ອັນວ່າພວກພີ່ນ້ອງ..................ຜູ້ຮ່ວມຊາດຊາວລາວ
ຜູ້ທີ່ເນົາແດນດີນ....................ຖີ່ນເຂົາທາງພຸ້ນ
ຈົ່ງໃຫ້ມີສຸກລົ້ນ.....................ເຫຼືອຄະນາແນວຊິວກ່າວ
ໃຫ້ຄ່ອຍສຸກຢູ່ເລື້ອຍ..................ຢ່າມີເສົ້າເກົ່າສີ
ຂໍແກ່ພວກພີ່ນ້ອງ....................ເຊື້ອເຜົ່າວົງວານ
ຈົ່ງສຸກຂີສຸຂັງ.......................ຕືມພະລັງເລິງເລື້ອຍ
ຂໍຈົ່ງຍືນຍົງດ້ວຍ.....................ຈະຕຸຣະພອນທັງສີ
ແນວດີໆຈົ່ງແລ່ນເຂົ້າ...................ມາເຕົ້າຮ່ວມໂຮມ ທ່ານແລ

ไม่มีความคิดเห็น:

แสดงความคิดเห็น