8/9/54

ເປັນຕາມອງ


ເພາະນ້ອງງາມແທ້ໆ........................ຕາບໍ່ເລ່ສົບບໍ່ບິດ
ທັງປັນຍາແນວຄິດ...........................ກໍງົດງາມເໝືອນລາວແທ້
ກິຣິຍາພຽງພ້ອມ...............................ວາຈາກໍຍິນມ່ວນ
ມັນຈຶ່ງຊວນໃຫ້ອ້າຍ.........................ມອງນ້ອງຢູ່ບໍ່ເຊົາ
ມອງຕັ້ງແຕ່ມື້ເຊົ້າ.............................ຈົນວ່າຮອດມື້ສວາຍ
ມອງແຕ່ຕີນເຖິງປາຍຫົວ...................ກໍງົດງາມງາມແທ້
ຂໍແກ່ນາງນົງນ້ອງ.............................ຈິງໃຈໃຫ້ອ້າຍແນ່
ອັນວ່າອ້າຍມອງນາດນ້ອງ.................ເພາະເຫັນເຈົ້າຜູ້ງົດງາມ ນັ້ນແລ້ວ

ไม่มีความคิดเห็น:

แสดงความคิดเห็น