8/9/54

ໃຜຊິເວົ້າ ໃຜຊິວ່າ ກະຢ່າຖ້ອນ


ໃຜຊິເວົ້າ ໃຜຊິວ່າ ກະຢ່າຖ້ອນ
ບໍ່ເຄີຍຮ້ອນ ບໍ່ເຄີຍຫ່ວງ ບໍ່ເຄີຍອຸກ
ໃຜວ່າເຮົາ ເປັນຄົນຈົນ ເປັນຄົນທຸກ
ເຮົາບໍ່ອຸກ ມີເຂົ້າກິນ ດິນມີຢູ່

ໃຜຊິເວົ້າ ໃຜຊິວ່າ ກໍບໍ່ສົນ
ເວົ້າໃຫ້ຮ້າຍ ບັງບຽດ ສັບປະດົນ
ເວົ້າເທົ່າໃດ ດ່າກໍໄດ້ ເຮົາບໍ່ສົນ
ເຮົາເປັນຄົນ ມີທັມ ສະບາຍໃຕ(ໃຈ)

ເຂົາຊິເວົ້າ ເຂົາຊິວ່າ ກ່າວຄວາມເສັຍ
ດ່າຮອດເມັຍ ດາຮອດໂຄດ ຢ່າໂກດເຂົາ
ຄວາມເຂົາດ່າ ກໍບໍ່ຖືກ ກັບຕົວເຮົາ
ຄວາມດ່າເຂົາ ກໍຈະເປັນ ຂອງເຂົາເອງ

ຄົນເຂົາດ່າ ຄົນເຂົາວ່າ ເຂົາຍິ່ງທຸກ
ເຂົາຍິ່ງອຸກ ຊອກຄໍາດ່າ ໃຫ້ເຮົາໝອງ
ດ່າຄວາມໃດ ເຮົາບໍ່ຮັບ ບໍ່ກ່ຽວຂ້ອງ
ທຸກສະໜອງ ປ້ອງເຂົ້າຫາ ໃສ່ຕົວເຂົາ

ອັນຄວາມດ່າ ເໝືອນນໍ້າທ່າ ໃນຍາມຝົນ
ມີທຸກຢ່າງ ຈົນນໍ້າຂຸ່ນ ກາຍເປັນເໝັນ
ຄວາມດ່າເຂົາ ເປັນພຽງເສດ ຂອງເຫຼືອເດນ
ເຂົາສ້າງເວນ ກັມຕ້ອງວົນ ຊົນເຂົາຕາຍ

ไม่มีความคิดเห็น:

แสดงความคิดเห็น