8/9/54

ຍະສະ-ຍົສ-ຍົດ

ຍະສະກວ້າງກຽດກ້ອງ ກຳປະນາດລືຊາ
ຜາກົດຕົວນາມລື ດັ່ງໄກພັນລີ້
ມີຄົນຍໍນິຍົມຍ້ອງ ຮັກຫອມຊ້ອງຊໍ່
ຮັກຫອມໂຮມນອບນ້ອມ ລືກຽນກ້ອງດັງໄກ

ຍົສສັກສີຄົນຢາກໄດ້ ຊັ້ນຕໍາແໜ່ງກຽຕຕິສັກ
ຊັ້ນານາຍພັນນາຍພົນ ຫົວໜ້າກົມກໍພໍໃຊ້
ໄດ້ນາຍພົນຕີແລ້ວ ນາຍພົນໂທພັດຢາກຕື່ມ
ພົນເອກຍັງໜຶ່ງຊັ້ນ ຂໍໃຫ້ໄດ້ກ່ອນກະສຽນ

ບາງຄົນໄດ້ພະແນກແລ້ວ ຢາກໄດ້ຕໍ່ຫົວໜ້າກົມ
ຫົວໜ້າກົມຍັງບໍ່ພໍ ຢາກໄດ້ຮອງຣັດຖະມົນຕີພຸ້ນ
ຊາມກະສຽນຂໍໃຫ້ໄດ້ ເປັນຣັດຖະມົນຕີກະໄຄແນ່
ຄັນບໍ່ເປັນດັ່ງເວົ້າ ນາຍົກພຸ້ນບ່ອນໝາຍ

ອັນວ່າຍົສບໍ່ແມ່ນຮ້າຍ ໃຜໄດ້ຍົສມີສັກສີ
ເຂົາວ່າມີດີກຣີ ກວ່າຄົນທັງຄ້າຍ
ຄັນເປັນນາຍຄົນໄດ້ ຍັງໃຄກວ່າເປັນໄພ່
ຄັນບໍ່ເປັນດັ່ງເວົ້າ ມີເງິນໃຊ້ຫຼາຍຫຼາກລົ້ນ ຍົສກໍເພີ້ມລື່ນກວ່າຄົນ ແລ້ວນາ

- ຍົສນີ້ເປັນສິ່ງຍ້ອງ ໃຫ້ຄົນຕື່ມຣາຄົນ
ຄົນທີ່ມີນາມະຍົສ ພັດເດັ່ນດັງພະລັງກ້າວ
ຍົສກໍພາວໆເຫຼື້ອມ ເຮັດຫຍັງກໍໄດ້ງ່າຍ
ຍົສສັກມີເດັ່ນແລ້ວ ຣວຍກໍເພິ້ມຕື່ມຍົສດີ

ມີຍົສເໝືອນດັ່ງໄດ້ຂີ່ຊ້າງ ສານເອກຕົວມຸງຄຸນ
ມີຍົສເປັນເໝືອນດັ່ງມີ ເງິນຄໍາໂກດກືກອງລ້ານ
ມີຍົສຄົນນິຍົມຍ້ອງ ໃຜໆກໍໃຫ້ກຽດ
ມີຍົສຄັນວ່າທໍາບາບໃບ້ ກໍເດີນເຂົ້າສູ່ອະບາຍ

ຄົນມີຍົສທໍາບຸນສ້າງ ຫວັງໄດ້ຍົສປາຣະມີ
ມີຍົສທໍາຄວາມດີ ເດັ່ນກໍຢູ່ສຸກສະສົມສ້າງ
ມີຍົສທໍາກຸສົນພ້ອມ ໃຫ້ຊຸມຊົນໄດ້ເພິ່ງ
ມີຍົສຄັນຫຼົງຍົສດາຍລ້າ ກໍເປັນບ້າຍົສບໍ່ເຊົາ

ຍົສທີ່ວ່ານີ້ ຄືກຽດກັບສັກ
ມີຍົສຄົນຫອມຮັກ ເທົ່າກັບມີເງິນຕື້
ມີຍົສບໍ່ມີຄົນຫວນຮູ້ ຄວາມດີຈັກສະໜ່ອຍ
ມີແຕ່ກົງຈ້ອຍໆ ຫັນໜ້າສູ່ອະບາຍ ພຸ້ນແລ້ວ

ไม่มีความคิดเห็น:

แสดงความคิดเห็น