6/9/54

ເຊີດຊູລາວໃຫ້ເລື່ອງລື

ເຫັນກອນຂຽນແລ້ວຊາບຊຶ້ງ ຊຶງອ່ານຫຼາຍຫຼົບ
ເກີດເປັນລາວບໍ່ມີປົບ ປ່ຽນແປງໄປໄດ້
ບໍ່ເສັຍດາຍທີ່ທໍາສ້າງ ກຸສົນຜົນບຸນໃຫຍ່
ເກີດເປັນອິນທ່ອນໄທ້ ຍັງບໍ່ເທົ້າເກີດເປັນລາວ

ລາວຄວນສ້າງໃຫ້ຕົນກ້າວ ເລີດເດັ່ນໃນສາກົນ
ໃຜວ່າລາວທຸກຈົນ ຢ່າສົນໃຫ້ເສັຍເລື້ອງ
ລາວເກີດມາຫ້າພັນປີປາຍແລ້ວ ລາວຍັງຍືນຍົງຢູ່
ດິນແດນຕັດບັ່ນສ້ອຍ ຍັງບໍ່ສ້ຽງຊື່ລາວ

ສຸດທີ່ອົງອາດແທ້ ນາມໜໍ່ລາວສະກຸນ
ໃນດິນແດນສິບແສນເຕັມ ເຜົ່າພົງພັນຊ້າງ
ສາມນະຄອນໂຮມເຂົ້າ ຊ້າງສານຕົວປະເສີດ
ເອຣະວັນຍອດຊ້າງ ກໍາລັງກ້າພະອິນທາ

ຊາດທີ່ເປັນຊາດເຊື້ອ ນາໂຄຄະນາເຄນແຂງ
ຈົ່ງຮ່ວມໂຮມແຮງກັນ ສ້າງລາວໃຫ້ເຮືອງກ້າວ
ການທີ່ເປັນລາວແລ້ວ ປ່ຽນຈາກລາວເຂົາຍັງຕູ່
ແໜງສູ້ສ້າງຊື່ຊາດ ປະກາດເອກະລາດໃຫ້ຊາວໂລກງໍ້ ເຖີງງໍງ້ຽວແຕ່ບໍ່ຫັກ

ຄົນລາວຊູຊາດກ້າວ ສ້າງຊາດໃຫ້ສົດໃສ
ສ້າງກໍາລັງໃຈລາວ ໃຫ້ເດັ່ນເຫິງຫັນດ້ວຍ
ສັດຕູມານຫວັງມ້າງ ບໍ່ມີມາຍມອດມຸ່ນ
ລາວບໍ່ສູນຊາດເຊື້ອ ຫາກລາວຍັງຢູ່ຢັ້ງ ມີແຕ່ກ້າວບໍ່ປ່ຽນລາວ ແທ້ນາ

ไม่มีความคิดเห็น:

แสดงความคิดเห็น