6/9/54

ຮູ້ຕົວ ຮູ້ທັມ

ຮູ້ຕົວເອງ ຄວາມຄຳນີ້ ແສນປະເສີດ
ເພາະວ່າເປີດ ຄວາມຮູ້ໃໝ່ ໃນຕົວທ່ານ
ຫາທີ່ອື່ນ ຫາເທົ່າໃດ ກໍເສັຍການ
ດອກບົວບານ ໃນຕົວເຮົາ ຢ່າຫຼົງທາງ

ການຫາທັມ ຫາທີ່ໃດ ຢາກຈະພົບ
ຫາກບໍ່ຫຼົບ ເຂົ້າຫາຕົວ ຍ່ອມຫຼົງທາງ
ຊອກຫາທັມ ຫາທີ່ອື່ນ ຍິ່ງຕ້ອງຫ່າງ
ຫາກບໍ່ວາງ ບໍ່ມີທາງ ຈະພົບທັມ

ໃນຕົວເຮົາ ມີທັມຫຼາຍ ເປັນໝວດໜູ່
ແຕ່ຕ້ອງຮູ້ ຈັກຊອກຫາ ຢ່າອຽງອຳ
ຈົ່ງຊອກຫາ ກຸນແຈ ຫຼໍ່ດ້ວຍຄຳ
ກໍຈະນຳ ພາທ່ານ ເຫັນນິບພານ

ໃນຕົວທ່ານ ມີດອກບົວ ອັນອຸດົມ
ເກສອນສົມ ຫອມຫວນ ຊວນໃຫ້ຫານ
ນັ້ນລະຄື ຈິດດວງດຽວ ວິນຍູຍານ
ອັນນິພານ ຢູ່ໃນໃຈ ບໍ່ໄກເລີຍ

ອັນວິຍູ ຄືຕົວການ ຕັສະຮູ້
ສະຖິດຢູ່ ໃນຕົວເຮົາ ບໍ່ຫາຍເຫີຍ
ຕັສຮູ້ ໃນຕົວເຮົາ ບໍ່ຍາກເລີຍ
ບໍ່ລ່ວງເລີຍ ຕົວເຮົາໄດ້ ຮູ້ຕົວເອງ

ไม่มีความคิดเห็น:

แสดงความคิดเห็น