25/9/54

ພາຍເຮືອກາງມະຫາສະໝຸດ

ຄົນພາຍເຮືອເດີນທາງກາງສະໝຸດ
ທີ່ສິ້ນສຸດຂອບຝັ່ງຢັ່ງບໍ່ເຖິງ
ມອງທ້ອງຟ້າໄຮ້ຂອບເຂດເປັນວ້າງເວີ້ງ
ກວ່າຈະເຖິງຂອບຝັ່ງລັ່ງນຳ້ຕາ

ເສກເຊັ່ນຄົນອັບຈົນເຊິ່ງປັນຍາ
ແສນຍາກຊາຈະພົ້ນຝັ່ງເຊິ່ງສັງຂານ
ຈະເດີນທາງມຸ້ງສູ່ພຣະນິບພານ
ຍ່ອມກັນດານປັນຍາອັບເພາະງົມງວາຍ

ຄົນງົມງວາຍເໝືອນງົມເຂັມໃນພື້ນນຳ້
ແສນຊອກຊຳ້ໄຮ້ຄວາມຫວັງສິ້ນຄວາມໝາຍ
ແມ່ນພາຍເຮືອຫຼືງົມເຂັມຈົນຊີບວາຍ
ຊິ້ນຄວາມໝາຍບໍ່ອາດເຖິງເຊິ່ງນິບພານ

1 ความคิดเห็น:

  1. ຮູ້ສືກວ່າມີບຸນຫຼາຍທີ່ໄດ້ຮັບຮູ້ເລື່ອງລາວຕ່າງໆຂອງພະອາຈານ

    ตอบลบ