ອັນສົງຄາມ ຈະຈົບລົງກົງຕາມເຈດ
ພຣະເພິ່ນເທດ ແຈ້ງຕົ້ນເຫດທາງສັນຕິ
ຣະງັບລົງ ປົງເວນໄວ້ໃຫ້ສຸດທິ
ຄວາມສັນຕິ ຍຸຕິທັມຈຳໃຫ້ນານ
ສັນຕິສຸກ ຈະບໍ່ມາພ້ອມອາວຸດ
ມວນມະນຸດ ຈົ່ງສອດສ່ອງມອງໃຫ້ເຫັນ
ສັນຕິພາບ ຈະຍືນຍົງຫາກປົງເວນ
ຕາມກົດເກນ ຂອງໂລກໄຮ້ໂສກສັນ
ອັນສົງຄາມ ທຳລາຍໂລກສຸດອາໜາດ
ທຳລາຍຊາດ ທຳລາຍສ້ຽງເຊິ່ງສັກສີ
ທຳລາຍສ້ຽງ ທັງຄຸນງາມແລະຄວາມດີ
ທັງຄີດຄອງ ປະເພນີອາຣະຍະທັມ
ສັນຕິພາບ ໄດ້ມາດ້ວຍໂສກອາໜາດ
ສົງຄາມຍາດ ໃຊ້ອຳນາດດ້ວຍປາຍປືນ
ເຖິງໄດ້ມາ ກໍບໍ່ຈິຣັງຢັ້ງຍາວຍືນ
ຈັກຕ້ອງຄືນ ວັດຕະຈັກປະຈັກເວນ
ປາຍປືນຈໍ່ ຍໍຍົກຈໍ້ຈ້ຳຈີ້
ອຳນາດຊີ້ ບົ່ງຊັດຂັດພຣະທັມ
ຂົ່ມຄູ່ເຂັນ ຍາດແຍ້ງຈັບກຸມຈ່ອງຈຳ
ຍຸດຕິທັມ ເຫືອຫາຍຕາຍຈາກໃຈ
ຄົນກຸ່ມໜຶ່ງ ຕໍ່ສູ້ດ້ວຍມືເປົ່າ
ຄົນກຸ່ມໜຶ່ງ ສູ້ເອົາດ້ວຍອາວຸດ
ຄວາມເປັນທັມ ໄປໃສໝົດເມືອງມະນຸດ
ສັນຕິທັມ ຈະສິ້ນສຸດເພາະໃຈຄົນ
ພຣະເພິ່ນເທດ ແຈ້ງຕົ້ນເຫດທາງສັນຕິ
ຣະງັບລົງ ປົງເວນໄວ້ໃຫ້ສຸດທິ
ຄວາມສັນຕິ ຍຸຕິທັມຈຳໃຫ້ນານ
ສັນຕິສຸກ ຈະບໍ່ມາພ້ອມອາວຸດ
ມວນມະນຸດ ຈົ່ງສອດສ່ອງມອງໃຫ້ເຫັນ
ສັນຕິພາບ ຈະຍືນຍົງຫາກປົງເວນ
ຕາມກົດເກນ ຂອງໂລກໄຮ້ໂສກສັນ
ອັນສົງຄາມ ທຳລາຍໂລກສຸດອາໜາດ
ທຳລາຍຊາດ ທຳລາຍສ້ຽງເຊິ່ງສັກສີ
ທຳລາຍສ້ຽງ ທັງຄຸນງາມແລະຄວາມດີ
ທັງຄີດຄອງ ປະເພນີອາຣະຍະທັມ
ສັນຕິພາບ ໄດ້ມາດ້ວຍໂສກອາໜາດ
ສົງຄາມຍາດ ໃຊ້ອຳນາດດ້ວຍປາຍປືນ
ເຖິງໄດ້ມາ ກໍບໍ່ຈິຣັງຢັ້ງຍາວຍືນ
ຈັກຕ້ອງຄືນ ວັດຕະຈັກປະຈັກເວນ
ປາຍປືນຈໍ່ ຍໍຍົກຈໍ້ຈ້ຳຈີ້
ອຳນາດຊີ້ ບົ່ງຊັດຂັດພຣະທັມ
ຂົ່ມຄູ່ເຂັນ ຍາດແຍ້ງຈັບກຸມຈ່ອງຈຳ
ຍຸດຕິທັມ ເຫືອຫາຍຕາຍຈາກໃຈ
ຄົນກຸ່ມໜຶ່ງ ຕໍ່ສູ້ດ້ວຍມືເປົ່າ
ຄົນກຸ່ມໜຶ່ງ ສູ້ເອົາດ້ວຍອາວຸດ
ຄວາມເປັນທັມ ໄປໃສໝົດເມືອງມະນຸດ
ສັນຕິທັມ ຈະສິ້ນສຸດເພາະໃຈຄົນ
ไม่มีความคิดเห็น:
แสดงความคิดเห็น