28/5/55
ພຣະປະຕິມາ

ເບິ່ງນານໆ

ຢູ່ໃກ້ກໍໄຮ້ຄ່າ

17/5/55
ຄັນຈັກຮັກ
ຄັນຈັກຮັກ ຈົ່ງຮຽນຮູ້ ໃຫ້ຖືກຕ້ອງ
ຮູ້ຄັນລອງ ຂອງຄວາມຮັກ ໃຫ້ເໝາະສົມ
ຮູ້ເລື່ອງລາວ ກະຕິກາ ຄວາມນິຍົມ
ແລ້ວມາສົມ ສູດຂອງຮັກ ໃຫ້ຖືກຕົນ
ຄົນບໍ່ຮູ້ ຈັກຄວາມຮັກ ມັກຈະທຸກ
ທັງຄວາມອຸກ ຄວາມອັ່ງ ທັງຄວາມຂົມ
ປະໄວ້ເຫິງ ຄວາມຮັກນັ້ນ ອາດລະບົມ
ມັນສະສົມ ໄວ້ເຫິງ ທຸກມີຈິງ
ຮູ້ຄັນລອງ ຂອງຄວາມຮັກ ໃຫ້ເໝາະສົມ
ຮູ້ເລື່ອງລາວ ກະຕິກາ ຄວາມນິຍົມ
ແລ້ວມາສົມ ສູດຂອງຮັກ ໃຫ້ຖືກຕົນ
ຄົນບໍ່ຮູ້ ຈັກຄວາມຮັກ ມັກຈະທຸກ
ທັງຄວາມອຸກ ຄວາມອັ່ງ ທັງຄວາມຂົມ
ປະໄວ້ເຫິງ ຄວາມຮັກນັ້ນ ອາດລະບົມ
ມັນສະສົມ ໄວ້ເຫິງ ທຸກມີຈິງ

ທຸກຮັ່ງຢູ່ທີ່ໃດ
- ຄົນທຸກທຸກເຄື່ອງໃຊ້ ຜ້າຜ່ອນທ່ອນສະໃບ
ຫາກວ່າໃຈມີທັມ ພັດຢູ່ສຸກກະເສີມແທ້
ແມ່ນຈະທໍາການສ້າງ ແນວໃດກໍສອດຄ່ອງ
ສຸກມາຄອງໂອບເອື້ອມ ເຫຼືອງເຫຼື້ອມທີ່ໃຈ
- ຄົນຮັ່ງຮັ່ງເຄື່ອງໃຊ້ ມາຍມາກອັກໂຂ
ຕົນໂຕເຕັມແຕ່ຄໍາ ມາກມູນຂອງໃຊ້
ມີລົດເກັ່ງຄັນໂກ້ ເຮືອນສູງຕຶກໃຫຍ່
ໃຈອະທໍາບາບກໍເຂົ້າ ໃຈກໍເສົ້າເນົ່າຢູ່ໃນ ຫັ້ນແລ
ຫາກວ່າໃຈມີທັມ ພັດຢູ່ສຸກກະເສີມແທ້
ແມ່ນຈະທໍາການສ້າງ ແນວໃດກໍສອດຄ່ອງ
ສຸກມາຄອງໂອບເອື້ອມ ເຫຼືອງເຫຼື້ອມທີ່ໃຈ
- ຄົນຮັ່ງຮັ່ງເຄື່ອງໃຊ້ ມາຍມາກອັກໂຂ
ຕົນໂຕເຕັມແຕ່ຄໍາ ມາກມູນຂອງໃຊ້
ມີລົດເກັ່ງຄັນໂກ້ ເຮືອນສູງຕຶກໃຫຍ່
ໃຈອະທໍາບາບກໍເຂົ້າ ໃຈກໍເສົ້າເນົ່າຢູ່ໃນ ຫັ້ນແລ

ຄົນທໍາມະດາ
ເກີດຢູ່ບ້ານ..............ເຂດປ່າໃນດົງ
ພໍລຸກມາ....................ແຕ່ງຄົວກິນເຂົ້າ
ມືຄວາພ້າ...................ບາຍເອົາດວງກ່ຽວ
ເດີນມຸ່ງໜ້າ.................ໄປພ້ອມໝູ່ຄວາຍ
- ພໍຮອດແລ້ວ.............ເຂດທົ່ງນາເຫຼືອງ
ຜູກມັດຄວາຍ...............ຢູ່ເທິງໂພນນ້ອຍ
ເອົາແພປ້ອງ................ພັນຫົວບັງແດດ
ມືກ່ຽວເຂົ້າ...................ປາກຮ້ອງສົ່ງລໍາ
- ຄົມກ່ຽວຕ້ອງ.............ກໍເຂົ້າຂາດເປັນກໍາ
ຈັບມາໂຮມ..................ພາດລຽນພໍຮ້ອຍ
ສົມຄວນແລ້ວ...............ຕາເວັນຕັ້ງທ່ຽງ
ໄປເບິ່ງຕ້ອນ................ປາຄ້າງຢູ່ຫຼາຍ
- ຈັບຄໍ່ດຸກ..................ມາສຽບເປັນໂຕ
ເອົາເກືອໂຮຍ...............ຄິດຢາກກິນປີ້ງ
ປາຂາວນ້ອຍ................ຊຸມມັນຖືກຫຼີ່
ເອົາເຮັດສົ້ມ................ເຂືອນ້ອຍພິກໂຮຍ
- ກິນອີ່ມທ້ອງ..............ຢຸດພັກເອົາແຮງ
ນອນກາງຖຽງ..............ໝູ່ກາວອນຮ້ອງ
ລົມພັດຊ້ອຍ..................ເຢັນດີຍາມທ່ຽງ
ແດດແກ່ກ້າ...............ແຮງຂຶ້ນກວ່າຫຼັງ
- ພໍລຸກຂຶ້ນ.................ນ້ໍາສວ່າຍຂັດສີ
ຕາມືນໃສ...................ເບິ່ງໄປນາກວ້າງ
ຈັບເອົາສົ້ມ..................ໝາກຂາມກັດຕື່ມ
ຕາຍິ່ງແຈ້ງ..................ກິນສົ້ມແຈ່ວເກືອ...
- ຕາແຈ່ມແຈ້ງ.............ລົງທົ່ງນາເຫຼືອງ
ໄປຄ່ຽນຄວາຍ.............ແລ່ງດີເຊົາຊົ້ນ
ລົງໄປນໍ້າ.....................ໜອງນາລົງອາບ
ກັບຜູກໄວ້....................ເຊົາຊົ້ນຮົ່ມແກ
ພໍລຸກມາ....................ແຕ່ງຄົວກິນເຂົ້າ
ມືຄວາພ້າ...................ບາຍເອົາດວງກ່ຽວ
ເດີນມຸ່ງໜ້າ.................ໄປພ້ອມໝູ່ຄວາຍ
- ພໍຮອດແລ້ວ.............ເຂດທົ່ງນາເຫຼືອງ
ຜູກມັດຄວາຍ...............ຢູ່ເທິງໂພນນ້ອຍ
ເອົາແພປ້ອງ................ພັນຫົວບັງແດດ
ມືກ່ຽວເຂົ້າ...................ປາກຮ້ອງສົ່ງລໍາ
- ຄົມກ່ຽວຕ້ອງ.............ກໍເຂົ້າຂາດເປັນກໍາ
ຈັບມາໂຮມ..................ພາດລຽນພໍຮ້ອຍ
ສົມຄວນແລ້ວ...............ຕາເວັນຕັ້ງທ່ຽງ
ໄປເບິ່ງຕ້ອນ................ປາຄ້າງຢູ່ຫຼາຍ
- ຈັບຄໍ່ດຸກ..................ມາສຽບເປັນໂຕ
ເອົາເກືອໂຮຍ...............ຄິດຢາກກິນປີ້ງ
ປາຂາວນ້ອຍ................ຊຸມມັນຖືກຫຼີ່
ເອົາເຮັດສົ້ມ................ເຂືອນ້ອຍພິກໂຮຍ
- ກິນອີ່ມທ້ອງ..............ຢຸດພັກເອົາແຮງ
ນອນກາງຖຽງ..............ໝູ່ກາວອນຮ້ອງ
ລົມພັດຊ້ອຍ..................ເຢັນດີຍາມທ່ຽງ
ແດດແກ່ກ້າ...............ແຮງຂຶ້ນກວ່າຫຼັງ
- ພໍລຸກຂຶ້ນ.................ນ້ໍາສວ່າຍຂັດສີ
ຕາມືນໃສ...................ເບິ່ງໄປນາກວ້າງ
ຈັບເອົາສົ້ມ..................ໝາກຂາມກັດຕື່ມ
ຕາຍິ່ງແຈ້ງ..................ກິນສົ້ມແຈ່ວເກືອ...
- ຕາແຈ່ມແຈ້ງ.............ລົງທົ່ງນາເຫຼືອງ
ໄປຄ່ຽນຄວາຍ.............ແລ່ງດີເຊົາຊົ້ນ
ລົງໄປນໍ້າ.....................ໜອງນາລົງອາບ
ກັບຜູກໄວ້....................ເຊົາຊົ້ນຮົ່ມແກ

ປົວແປງຫຼັງນ້ໍາຖ້ວມ
ລາວເຮົາຢູ່ສູງສຽດຟ້ານ້ໍາຍັງຖ້ວມເສັຍຫາຍ
ນ້ໍາຫຼວງຫຼາຍທັ່ງເທຖ້ວມພູສູງສະເໝີຟ້າ
ແຂວງວຽງຈັນບໍ່ນ້ອຍໜູງນ້ໍາຍັງກ້າຖ້ວມ
ຊ້າຫຍັງວຽງທ່າແຂກບໍຣິຄັນສະຫວັນຢູ່ຕໍ່າເຕັ້ຍນໍ້າຊິບໍ່ຖ້ວມອ່ວມຂັງ
ນໍ້າບົກແລ້ວຍັງຕ້ອງຕັ້ງ ທໍາໜ້າທີ່ປົວແປງ
ຢຽວຢາທີ່ສູນເສັຍຈາກໄພມະຫັນນີ້
ທັງທົ່ງນາຜືນກວ້າງດິນດອນອັນກວ້າງໃຫຍ່
ຜົນລະປູກພືດໄມ້ທີ່ເສັຍຍ້ອນເພາະນ້ໍາຂັງ
ນ້ໍາຫຼວງຫຼາຍທັ່ງເທຖ້ວມພູສູງສະເໝີຟ້າ
ແຂວງວຽງຈັນບໍ່ນ້ອຍໜູງນ້ໍາຍັງກ້າຖ້ວມ
ຊ້າຫຍັງວຽງທ່າແຂກບໍຣິຄັນສະຫວັນຢູ່ຕໍ່າເຕັ້ຍນໍ້າຊິບໍ່ຖ້ວມອ່ວມຂັງ
ນໍ້າບົກແລ້ວຍັງຕ້ອງຕັ້ງ ທໍາໜ້າທີ່ປົວແປງ
ຢຽວຢາທີ່ສູນເສັຍຈາກໄພມະຫັນນີ້
ທັງທົ່ງນາຜືນກວ້າງດິນດອນອັນກວ້າງໃຫຍ່
ຜົນລະປູກພືດໄມ້ທີ່ເສັຍຍ້ອນເພາະນ້ໍາຂັງ

ເປັນໄປໄດ້ ທັງນັ້ນ

ຍົນບິນບົນຢູ່ຟາກຟ້າ ນໍ້າໃຫຍ່ຍັງຖ້ວມຕີນ
ນໍ້າຖ້ວມດິນທໍລະນີຫຼຸບ ພັດຖ້ວມຍົນນໍາພ້ອມ
ສັງບໍ່ບິນເຫີນຟ້າ ນໍ້າໃຫຼມາບິນຫຼີກ
ສົມກັບວ່າເປັນເຈົ້າ ເວຫາພຸ້ນຟາກພະໂຍມ
ເໝືອນບູຮານກ່າວໄວ້ ສອນສັ່ງແຕ່ເດີມດາ
ນໍ້າຖ້ວມນາປາກິນນາມົດ ປາພາກພູມນູມທ້ອງ
ບາດວ່າເຖິງຄາວຮ້າຍ ນໍ້າບົກລົງແຫ້ງເຫືອດ
ມົດກໍດີໃຈລົ້ນ ອາຫານຊ້ອຍໄດ້ກິນປາ
ຍົນກໍເປັນດັ່ງນັ້ນ ຈະເກ່ງກາດໃນເວຫາ
ປາກໍຊຽນແຕ່ໃນໜອງ ບຶ່ງຄອງທາລານໍ້າ
ອັນວ່າຄວາມເກ່ງນັ້ນ ທັງດີທັງເດັ່ນ
ມັນກໍເປັນດັ່ງນັ້ນ ຈະທຽມຊັ້ນກັນບໍ່ມີ
ດ້ວຍເຫດນີ້ ເພິ່ນຈຶ່ງສອນສັ່ງໄວ້ ຕັ້ງແຕ່ເກົ່າບູຮານເຫິງ
ຄວນແກ່ພິຈານຄັກ ໃຫ້ຮູ່ງຫວນເຫັນແຈ້ງ
ຍາມເມື່ອເຮືອຄາແກ້ງ ກວຽນເຫັນໃຫ້ກວຽນແກ່ ແດ່ເດີ
ຍາມເມື່ອຮອດແມ່ນໍ້າ ເຮືອຊິໄດ້ແກ່ກວຽນ
ຄົນເຮົາກໍເປັນດັ່ງນັ້ນ ຢ່າລືມຮີດຄອງລາວ
ບໍ່ມີໃຜຈະດີໝົດ ເລີດກວ່າກັນຈັກດີ້
ຍາມເມື່ອສຸກຂີແລ້ວ ລວຍດີມີຮັ່ງ
ຈົ່ງຄິດເຫັນພີ່ນ້ອງ ທໍາດີໄວ້ຈຶ່ງຊີຄູນ ທ່ານເອີຍ
ລູກຄົນອື່ນຊົ່ວເຕັມບ້ານ ບໍ່ເທົ່າກັບລູກຫຼານຕົນໂງ່ຄົນດຽວ
ແມ່ຕູ້ແກ້ວລາວຕ້ານ ຈາຈົ່ມບໍ່ເຄີຍເຊົາ
ຍິນແຕ່ຊ່າຂອງເຂົາ ພັດຖືກໂຕເຕັມກະດົ້ງ
ລູກເຂົາຊົ່ວເຕັມບ້ານ ພານເພອາລະວາດ
ເຮົາຫຼີກລຽງກະແລ້ວ ບໍ່ມີແປ້ວລະຫວ່າງໃຈ
ບັດນີ້ ເຖິງຄາວຮ້າຍ ເປັນຕາໜ່າຍອາຍຫົວເຂົາ
ລູກຫຼານໂຕປັນຍາເຍົາ ພັດເປັນພານນໍາພ້ອມ
ວຽກບໍ່ງານການບໍ່ສ້າງ ການສຶກສາບໍ່ເຄີຍເຕື່ອງ
ກັບມາຊົ່ວບັງບຽດຮ້າຍ ທໍາລາຍຖິ້ມໂຄດວົງໄດ້ແລ້ວ
ລູກເພິ່ນຊົ່ວສະຫຼາດລໍ້າ ຮູ້ຈັກຖືກຈັກຜິດ
ພໍ່ແມ່ບອກສອນພໍພຽງຄວາມ ກໍຮູ້ຈິງປະຈັກແຈ້ງ
ສາມາດກັບຕົວໄດ້ ສະໝອງໄວໃຈສະຫວ່າງ
ຮູ້ຈັກດີແລະຮ້າຍ ບໍ່ທໍາລາຍເຊື້ອຊາດວົງ
ອັນນີ້ເປັນຄໍາເວົ້າ ແມ່ຕູ້ແກ້ວລາວຈົ່ມຈາ
ວາດສະໜາພາເປັນ ລູກຫຼານລາວເປັນແນວນັ້ນ
ມັນສໍາຄັນທີ່ໃຈຂ້າ ຜູ້ໄດ້ຟັງເປັນເລື່ອງໃຫຍ່ສາແລ້ວ
ຫາກລູກຫຼານລາວທົ່ວບ້ານ ເມືອງນີ້ເປັນດັ່ງນັ້ນ ບ້ານເມືອງເສົ້າຂຸ່ນມົວແທ້ແລ້ວ
ຄົນລາວຄວນຄົ້ນຄວ້າ ວິໄຈແຍກໃຫ້ມັນຄັກ
ຄົນພານເຕັມທົ່ວເມືອງ ຫາກວ່າມີປັນຍາລໍ້າ
ເອົາສິນທໍານໍາຊີ້ ອາດກັບດີປ່ຽນແປງໃໝ່
ຫາກຄົນຊື່ບາບໃບ້ ປັນຍາເຍົາບໍ່ຮຸ່ງຮູ້ ບ້ານເມືອງສ້ວຍເພາະໂງ່ເຂົາ ທ່ານເອີຍ
ຍິນແຕ່ຊ່າຂອງເຂົາ ພັດຖືກໂຕເຕັມກະດົ້ງ
ລູກເຂົາຊົ່ວເຕັມບ້ານ ພານເພອາລະວາດ
ເຮົາຫຼີກລຽງກະແລ້ວ ບໍ່ມີແປ້ວລະຫວ່າງໃຈ
ບັດນີ້ ເຖິງຄາວຮ້າຍ ເປັນຕາໜ່າຍອາຍຫົວເຂົາ
ລູກຫຼານໂຕປັນຍາເຍົາ ພັດເປັນພານນໍາພ້ອມ
ວຽກບໍ່ງານການບໍ່ສ້າງ ການສຶກສາບໍ່ເຄີຍເຕື່ອງ
ກັບມາຊົ່ວບັງບຽດຮ້າຍ ທໍາລາຍຖິ້ມໂຄດວົງໄດ້ແລ້ວ
ລູກເພິ່ນຊົ່ວສະຫຼາດລໍ້າ ຮູ້ຈັກຖືກຈັກຜິດ
ພໍ່ແມ່ບອກສອນພໍພຽງຄວາມ ກໍຮູ້ຈິງປະຈັກແຈ້ງ
ສາມາດກັບຕົວໄດ້ ສະໝອງໄວໃຈສະຫວ່າງ
ຮູ້ຈັກດີແລະຮ້າຍ ບໍ່ທໍາລາຍເຊື້ອຊາດວົງ
ອັນນີ້ເປັນຄໍາເວົ້າ ແມ່ຕູ້ແກ້ວລາວຈົ່ມຈາ
ວາດສະໜາພາເປັນ ລູກຫຼານລາວເປັນແນວນັ້ນ
ມັນສໍາຄັນທີ່ໃຈຂ້າ ຜູ້ໄດ້ຟັງເປັນເລື່ອງໃຫຍ່ສາແລ້ວ
ຫາກລູກຫຼານລາວທົ່ວບ້ານ ເມືອງນີ້ເປັນດັ່ງນັ້ນ ບ້ານເມືອງເສົ້າຂຸ່ນມົວແທ້ແລ້ວ
ຄົນລາວຄວນຄົ້ນຄວ້າ ວິໄຈແຍກໃຫ້ມັນຄັກ
ຄົນພານເຕັມທົ່ວເມືອງ ຫາກວ່າມີປັນຍາລໍ້າ
ເອົາສິນທໍານໍາຊີ້ ອາດກັບດີປ່ຽນແປງໃໝ່
ຫາກຄົນຊື່ບາບໃບ້ ປັນຍາເຍົາບໍ່ຮຸ່ງຮູ້ ບ້ານເມືອງສ້ວຍເພາະໂງ່ເຂົາ ທ່ານເອີຍ

ຮຸ່ງອະຣຸນ ຢູ່ບ້ານຂ້ອຍ
ແສງທອງຮຸ່ງຕອນເຊົ້າ ທີ່ສາລາດ່ານຫາງດອນຂະເໝົາ
ມອງສ່ອງລົງລໍາຂອງ ແລລົງທາງໃຕ້
ເຫັນໝູ່ເຮືອນລຽນລ້າຍ ລອຍຂອງຂຶ້ນລ່ອງ
ຟອງຟາດແຄມແມ່ນໍ້າ ແສງທອງເຫຼື້ອມດັ່ງຄໍາ
ຮຽມນັ່ງມອງລົງນໍ້າ ແລລ່ໍາາາມລໍາຂອງ
ແມ່ນໍ້າວັງເວີນເລີກ ກວ້າງເກີນເປັນຕາຢ້ານ
ຫົວດອນຖານຍາວເຍີ້ນ ຫາດເຂີນຂະຫຍາຍອອກ
ດອນກາກາງແມ່ນໍ້າ ໃກພຸ້ນແມ່ນດອນພິມານ
ມີດອນນ້ອຍກາງກັນໄວ້ ໃຕ້ຕໍ່າຫົວດອນລຽງ
ເຫັນແຕ່ພຽງລິວລັບ ແມ່ນຫົວດອນລົບປາດີຊ້ອນ
ມອງລ່ອງລົງທາງໃຕ້ ສະຫຼຽງໄປຈັກໜ່ອຍ
ຫົວດອນຮີນ້ອຍນັ້ນ ຖັດນັ້ນແມ່ນດອນໂລງ
ບ່ອນນີ້ແມ່ນໍ້າຊົ້ງ ທັງກວ້າງໃຫຍ່ເຫຼືອຫຼາຍ
ຫົວພູພະອອມບັງ ຝັ່ງຂະເໝນທາງຂວາກໍ້າ
ນໍ້າຂອງຊາຍແດນທີ່ນີ້ ຮູຮອມຮຽວຮ່ອມ
ໃກກັນພຽງສອງຮ້ອຍແມັດເທົ່ານັ້ນ ແມ່ຂອງຂັ້ນດິນແດນ
ທ່າເສືອໝີຢູ່ທາງໃຕ້ ຕໍ່ໃສ່ທ່າກະສັງ
ຂ້າຫົວພູພະອອມມາ ບ້ານທ່າເປືອຍທ່າແກຊ້ອນ
ທາງຝັ່ງລາວເຮົານັ້ນ ດອນຂະເໝົາຂັ້ນແບ່ງ
ຮອງຂອງຮຽບແຄບເຂົ້າ ເຫັນຂັ້ນຢູ່ແຕ່ໄກ
ນັ້ນແມ່ນຫາງຈໍາປາສັກແທ້ ຂັ້ນແບ່ງຫົວທ່າແກ
ປາກເຊລໍາເພົາຕົກ ລະຫວ່າງດິນສອງກໍ້າ
ແລລ່ໍາມາທາງກ້ໍາ ດອນຂະເໝົາຕາເວັນອອກ
ແມ່ນໍ້າກວ້າງໃກແທ້ ເຮືອລອຍຂ້າມສວ່ານສົນ
ຝັ່ງຂອງກໍ້າເບື້ອງນັ້ນ ແມ່ນເຂດດອນໂຂງ
ບ້ານເມືອງແສນຄົນໂຮມ ຕະຫລາດຂາຍຂອງຄ້າ
ນາວາເຮືອໂຮມຮ້ອຍ ຈອດກັນລຽນແນບ
ຊາວດອນພາກັນຊື້ ຂາຍຄ້າເຄື່ອງຂອງ
ຫຼຽວໄປເບື້ອງຊ້າຍ ເປັນດອນເຫຼັກໄຟ
ຫາງຮີໃຫຍ່ລຽນສະຫຼັບ ຕໍ່ກັບດອນດົ້ງ
ຫາກລົງໄປທາງໃຕ້ ຢ່າລືມໄປຢ້ຽມແວ່
ບໍ່ຫໍ່ເຂົ້າກໍໄດ້ ບໍ່ຍອມໃຫ້ທ່ານຫິວດອກນາ.
ມອງສ່ອງລົງລໍາຂອງ ແລລົງທາງໃຕ້
ເຫັນໝູ່ເຮືອນລຽນລ້າຍ ລອຍຂອງຂຶ້ນລ່ອງ
ຟອງຟາດແຄມແມ່ນໍ້າ ແສງທອງເຫຼື້ອມດັ່ງຄໍາ
ຮຽມນັ່ງມອງລົງນໍ້າ ແລລ່ໍາາາມລໍາຂອງ
ແມ່ນໍ້າວັງເວີນເລີກ ກວ້າງເກີນເປັນຕາຢ້ານ
ຫົວດອນຖານຍາວເຍີ້ນ ຫາດເຂີນຂະຫຍາຍອອກ
ດອນກາກາງແມ່ນໍ້າ ໃກພຸ້ນແມ່ນດອນພິມານ
ມີດອນນ້ອຍກາງກັນໄວ້ ໃຕ້ຕໍ່າຫົວດອນລຽງ
ເຫັນແຕ່ພຽງລິວລັບ ແມ່ນຫົວດອນລົບປາດີຊ້ອນ
ມອງລ່ອງລົງທາງໃຕ້ ສະຫຼຽງໄປຈັກໜ່ອຍ
ຫົວດອນຮີນ້ອຍນັ້ນ ຖັດນັ້ນແມ່ນດອນໂລງ
ບ່ອນນີ້ແມ່ນໍ້າຊົ້ງ ທັງກວ້າງໃຫຍ່ເຫຼືອຫຼາຍ
ຫົວພູພະອອມບັງ ຝັ່ງຂະເໝນທາງຂວາກໍ້າ
ນໍ້າຂອງຊາຍແດນທີ່ນີ້ ຮູຮອມຮຽວຮ່ອມ
ໃກກັນພຽງສອງຮ້ອຍແມັດເທົ່ານັ້ນ ແມ່ຂອງຂັ້ນດິນແດນ
ທ່າເສືອໝີຢູ່ທາງໃຕ້ ຕໍ່ໃສ່ທ່າກະສັງ
ຂ້າຫົວພູພະອອມມາ ບ້ານທ່າເປືອຍທ່າແກຊ້ອນ
ທາງຝັ່ງລາວເຮົານັ້ນ ດອນຂະເໝົາຂັ້ນແບ່ງ
ຮອງຂອງຮຽບແຄບເຂົ້າ ເຫັນຂັ້ນຢູ່ແຕ່ໄກ
ນັ້ນແມ່ນຫາງຈໍາປາສັກແທ້ ຂັ້ນແບ່ງຫົວທ່າແກ
ປາກເຊລໍາເພົາຕົກ ລະຫວ່າງດິນສອງກໍ້າ
ແລລ່ໍາມາທາງກ້ໍາ ດອນຂະເໝົາຕາເວັນອອກ
ແມ່ນໍ້າກວ້າງໃກແທ້ ເຮືອລອຍຂ້າມສວ່ານສົນ
ຝັ່ງຂອງກໍ້າເບື້ອງນັ້ນ ແມ່ນເຂດດອນໂຂງ
ບ້ານເມືອງແສນຄົນໂຮມ ຕະຫລາດຂາຍຂອງຄ້າ
ນາວາເຮືອໂຮມຮ້ອຍ ຈອດກັນລຽນແນບ
ຊາວດອນພາກັນຊື້ ຂາຍຄ້າເຄື່ອງຂອງ
ຫຼຽວໄປເບື້ອງຊ້າຍ ເປັນດອນເຫຼັກໄຟ
ຫາງຮີໃຫຍ່ລຽນສະຫຼັບ ຕໍ່ກັບດອນດົ້ງ
ຫາກລົງໄປທາງໃຕ້ ຢ່າລືມໄປຢ້ຽມແວ່
ບໍ່ຫໍ່ເຂົ້າກໍໄດ້ ບໍ່ຍອມໃຫ້ທ່ານຫິວດອກນາ.

ຄາຖາ ໄຮ້ທຸກຂ໌
ມີສິ່ງຂອງເຄື່ອງໃຊ້ ມູນມາກອັກໂຂ
ຕ້ອງຮູ້ຈັກຄວາມມີ ໃຊ້ເປັນໃຫ້ມັນໄດ້
ມີມາກມາຍຫຼາຍແທ້ ໃຊ້ບໍ່ເປັນທຸກກໍມາກ
ມີມາກຫຼາຍຫຼາກລົ້ນ ກໍສົນເລື້ອຍທຸກບໍ່ວາຍ
ມີກໍສຸກທຸກກໍໄດ້ ຫາກໃຊ້ສິ່ງທີ່ເຮົາ
ໃຊ້ບໍ່ເປັນກໍເສັຍທີ່ ທຸກທີ່ມີຂອງໃຊ້
ຄວາມສຸກມາບັນທອນໄດ້ ຈິດໃຈຫຍຸ້ງຍາກ
ລໍາບາກຫຼາຍຫຼາກລົ້ນ ເພາະມີແລ້ວທຸກທຸກເຈືອປົນ
ຍາມຊອກຫາມາໄດ້ ໃຊ້ຈ່າຍໃຫ້ເປັນສຸກ
ໃຊ້ບໍ່ເປັນກໍເປັນທຸກ ຍາກຊາຫຼາຍລົ້ນ
ຮູ້ຈັກມີຮູ້ຈັກໃຊ້ ຮູ້ຈັກໃຈຮູ້ຈັກເຫດ
ຮູ້ຈັກຈົນແຈບແຈ້ງ ສຸກລົ້ນແລະຮັ່ງມີ ທ່ານເອີຍ
ຕ້ອງຮູ້ຈັກຄວາມມີ ໃຊ້ເປັນໃຫ້ມັນໄດ້
ມີມາກມາຍຫຼາຍແທ້ ໃຊ້ບໍ່ເປັນທຸກກໍມາກ
ມີມາກຫຼາຍຫຼາກລົ້ນ ກໍສົນເລື້ອຍທຸກບໍ່ວາຍ
ມີກໍສຸກທຸກກໍໄດ້ ຫາກໃຊ້ສິ່ງທີ່ເຮົາ
ໃຊ້ບໍ່ເປັນກໍເສັຍທີ່ ທຸກທີ່ມີຂອງໃຊ້
ຄວາມສຸກມາບັນທອນໄດ້ ຈິດໃຈຫຍຸ້ງຍາກ
ລໍາບາກຫຼາຍຫຼາກລົ້ນ ເພາະມີແລ້ວທຸກທຸກເຈືອປົນ
ຍາມຊອກຫາມາໄດ້ ໃຊ້ຈ່າຍໃຫ້ເປັນສຸກ
ໃຊ້ບໍ່ເປັນກໍເປັນທຸກ ຍາກຊາຫຼາຍລົ້ນ
ຮູ້ຈັກມີຮູ້ຈັກໃຊ້ ຮູ້ຈັກໃຈຮູ້ຈັກເຫດ
ຮູ້ຈັກຈົນແຈບແຈ້ງ ສຸກລົ້ນແລະຮັ່ງມີ ທ່ານເອີຍ

ຫົວໃຈສາສນາ
ສັພພປາປັສສະ ອະກະຣະນັງ
ກຸສະຣັສສຸສັມປະທາ
ສະຈິຕຕະປະຣິໂຍທະປານັງ
ເອຕັງ ພຸທທະສາສະນັງ
-----------------------
ພຸດທະອົງຕັດສັ່ງໄວ້ ຫົວຂໍ້ໃຫຍ່ຄໍາສອນ
ວາງຮາກຖານສາສະໜາ ໃຫ້ຢູ່ຍົງຄົງໄວ້
ເປັນຫົວໃຈຄໍາສອນຊີ້ ທັງຫຼາຍທີ່ພຣະອົງກ່າວ
ສະຫຼຸບລົງວາດໄວ້ ສາມຂໍ້ທ່ຽງຈິງ
ສັບພະປັສສະອະກະຣະນັງນັ້ນ ຢ່າທໍາຊົ່ວທັງໝົດ
ຊົ່ວທັງກາຍວາຈາໃຈ ຄົບສາມສະເໝີດ້າມ
ອັນວ່າການກະທໍາພ້ອມ ສະເໝີໃຈແຈ້ງເຈດ
ວາຈາຈົງການເວົ້າ ໜີລີ້ບາບໜາ
ກຸສສະຣັສສຸສັມປະມານັ້ນ ໃຫ້ໝັ່ນສ້າງກຸສົນ
ບໍາເພັງພຽນພາວະນາເຮັດ ຄົບສາມໃຫ້ຈະແຈ້ງ
ທັງກາຍໃຈວາຈາພ້ອມ ປະກອບກັມອັນຊອບ
ປະຕິບັດໃຫ້ພ້ອມ ໃຫ້ໃສ່ເຫຼື້ອມບຸນກຸສົນ
ລະບາບລົງໃຫ້ພ້ອມ ປະຕິບັດພາກສ່ວນການກຸສົນ
ຍັງຕ້ອງຊໍາຮະຈິດໃຈ ໃຫ້ຮຸ່ງເຮືອງໃສເຫຼືອມ
ສະຈິດຕະປະຣິໂຍທະປານັງນ້ອມ ກຸສົນທັມລ້າງຊ່ວຍ
ສະມັດຖະວິປັດສະນາຊະລ້າງ ໃຫ້ໃສ່ເຫຼື້ອຢ່າເສື່ອມຄາຍ
ທັງສາມກະການທີ່ວາດໄວ້ ພຣະອົງເທດຊົງສອນ
ເປັນຫົວໃຈສາສນາ ຖືກຄອງພຣະທັມແທ້
ຂໍແກ່ຊົນທັງຄ້າຍ ຂະຫຍາຍຄວາມໃຫ້ສອດຄ່ອງ
ສາສນາສອດສ່ອງສ້າງ ໃຫ້ຄົນເລີດກວ່າຄົນ ທ່ານເອີຍ.
ກຸສະຣັສສຸສັມປະທາ
ສະຈິຕຕະປະຣິໂຍທະປານັງ
ເອຕັງ ພຸທທະສາສະນັງ
-----------------------
ພຸດທະອົງຕັດສັ່ງໄວ້ ຫົວຂໍ້ໃຫຍ່ຄໍາສອນ
ວາງຮາກຖານສາສະໜາ ໃຫ້ຢູ່ຍົງຄົງໄວ້
ເປັນຫົວໃຈຄໍາສອນຊີ້ ທັງຫຼາຍທີ່ພຣະອົງກ່າວ
ສະຫຼຸບລົງວາດໄວ້ ສາມຂໍ້ທ່ຽງຈິງ
ສັບພະປັສສະອະກະຣະນັງນັ້ນ ຢ່າທໍາຊົ່ວທັງໝົດ
ຊົ່ວທັງກາຍວາຈາໃຈ ຄົບສາມສະເໝີດ້າມ
ອັນວ່າການກະທໍາພ້ອມ ສະເໝີໃຈແຈ້ງເຈດ
ວາຈາຈົງການເວົ້າ ໜີລີ້ບາບໜາ
ກຸສສະຣັສສຸສັມປະມານັ້ນ ໃຫ້ໝັ່ນສ້າງກຸສົນ
ບໍາເພັງພຽນພາວະນາເຮັດ ຄົບສາມໃຫ້ຈະແຈ້ງ
ທັງກາຍໃຈວາຈາພ້ອມ ປະກອບກັມອັນຊອບ
ປະຕິບັດໃຫ້ພ້ອມ ໃຫ້ໃສ່ເຫຼື້ອມບຸນກຸສົນ
ລະບາບລົງໃຫ້ພ້ອມ ປະຕິບັດພາກສ່ວນການກຸສົນ
ຍັງຕ້ອງຊໍາຮະຈິດໃຈ ໃຫ້ຮຸ່ງເຮືອງໃສເຫຼືອມ
ສະຈິດຕະປະຣິໂຍທະປານັງນ້ອມ ກຸສົນທັມລ້າງຊ່ວຍ
ສະມັດຖະວິປັດສະນາຊະລ້າງ ໃຫ້ໃສ່ເຫຼື້ອຢ່າເສື່ອມຄາຍ
ທັງສາມກະການທີ່ວາດໄວ້ ພຣະອົງເທດຊົງສອນ
ເປັນຫົວໃຈສາສນາ ຖືກຄອງພຣະທັມແທ້
ຂໍແກ່ຊົນທັງຄ້າຍ ຂະຫຍາຍຄວາມໃຫ້ສອດຄ່ອງ
ສາສນາສອດສ່ອງສ້າງ ໃຫ້ຄົນເລີດກວ່າຄົນ ທ່ານເອີຍ.

ຄາຖາ ໖ ຮັກ
ຄາຖາດີຊໍ່ນີ້ ປະເສີດຍິ່ງໜັກໜາ
ເປັນຄາຖາສັກສິດ ປະເສີດຫຼາຍຄວນມີໄວ້
ທ່ອງຂຶ້ນໃຈໃຫ້ຈໍາແຈ້ງ ສາທະຍາຍທ່ອງຈົ່ມ
ທຸກຄໍ່າຄືນທ່ຽງເຊົ້າ ຈິດໃຈໝັ້ນໝັ່ນບໍາເພັງ
ຄາຖາດີດວງນີ້ ມີຫົກຊໍ່ຄວນຈົດຈໍາ
ຂຶ້ນໃຈຢ່າລືມຫຼົງ ທຸກຄໍາຢ່າຜິດຜ້ຽນ
ທູບທຽນບຸບຜັງພ້ອມ ບໍ່ມີກໍຕາມຊ່າງ
ພຽງແຕ່ທ່ອງທຸກມື້ ສັກສິດແທ້ບໍ່ຕ້ອງລອງ
ຊໍ່ທີ່ໜຶ່ງວ່າໄວ້ "ໃຫ້ຮັກວັດເໝືອນເຮືອນແລະບ້ານ" ຕົນ
ປະຊາຊົນຊາວພຸດ ພ້ອມພຣະສົງສາມະເນນພ້ອມ
ສາມະຄີກັນສ້າງ ຮັກສາເສີມພ້ອມພໍ່າ
ທຸກວັນຄືນໃຫ້ເນັ່ງນ້ອມ ວັນສິນເຂົ້າຮ່ວມບຸນ
ຊໍ່ທີສອງຈົ່ງຈໍາໝັ້ນ "ຮັກວຽກງານເໝືອນຊິວິດ"
ທໍາໜ້າທີ່ການຫຍັງ ຈົ່ງໃສ່ໃຈຢ່າວາງເວັ້ນ
ທັງກາງເວັນແລງຄືນຄ້ອຍ ໜາວໜັກຫຼືຮ້ອນເຮັ່ງ
ທໍາວຽກງານຢ່າໃຫ້ຄ້າງ ວາງຖິ້ມໃຫ້ເສື່ອມເສັຍ
ຊໍ່ທີ່ສາມທ່ອງໃຫ້ໝັ້ນ "ຮັກລູກສິດເໝືອນກັບຕົນ"
ຮັກຕົນພໍພຽງໃດ ກໍໃຫ້ເປັນໄປສະເໝີດ້າມ
ຕິດຕາມທັງປົກປ້ອງ ສິດສອນຄວາມສະຫຼາດ
ທັງປະກາດຍົກຍ້ອງ ຕັກເຕືອນປ້ອງແນະນໍາ
ຊໍ່ທີ່ສີ່ດີເລີດລົ້ນ ປະເສີດຍິ່ງເຫຼືອທີ່ສຸດ
ຍົກສູງຄວາມເປັນມະນຸດ ໃຫ້ທົ່ວເຖິງພ້ອມພ້ອມ
ຄື "ຮັກປະຊາຊົນເໝືອນຍາດ" ພີ່ນ້ອງຮ່ວມອຸທອນດຽວ
ສິດປະຊາທິປະໄຕ ທຸກໆຄົນຈົ່ງຊູໄວ້
ຊໍ່ທີ່ຫ້າສໍາຄັນແທ້ ປະເສີດຍິ່ງເໜືອຊິວິດ
ຍິ່ງກວ່ານິນນໍງາ ເພັດເງິນຄໍາແກ້ວ
ລາຄາຫຼາຍເຫຼືອລໍ້າ ຢ່າວາງໃຈແລະປະໝາດ
"ຮັກປະເທດຊາດໃຫ້ຍິ່ງລົ້ນ ເໝືອນແກ້ວດວງຕາ"
ຊໍ່ທີ່ຫົກນັ້ນແກ່ນກ້າ ເປັນຍອດຍິ່ງຈອມມຸກ
ສຸກຈະຍືນຍົງຍັງ ແກ່ຄົນທັງຄ້າຍ
ຊົນທັງຫຼາຍຄວາມນ້ອມ ຢ່າລືມໄລໃຫ້ຫຼອຍລ່າ
"ຮັກສາດສະໜາໃຫ້ເກິ່ງພ້ຽງ ພຽງກໍ່າແກ່ນດວງໃຈ"
ຄາຖານີ້ຫາກເຮັດໄດ້ ບໍາເພັງຜ່ອງໃຫ້ເປັນກິດ
ປະຊາລາວທັງຜອງ ຊິໝັ້ນຄົງສະຖຽນໝັ້ນ
ຂໍແກ່ລາວທັງຄ້າຍ ຈົ່ງຮຽນເອົາໃຫ້ຖ້ວນທົ່ວ
ຊາດຈະເລີນກ້າວໜ້າ ປະຊາເຊື້ອຢູ່ກະເສີມ ແທ້ແລ
ເປັນຄາຖາສັກສິດ ປະເສີດຫຼາຍຄວນມີໄວ້
ທ່ອງຂຶ້ນໃຈໃຫ້ຈໍາແຈ້ງ ສາທະຍາຍທ່ອງຈົ່ມ
ທຸກຄໍ່າຄືນທ່ຽງເຊົ້າ ຈິດໃຈໝັ້ນໝັ່ນບໍາເພັງ
ຄາຖາດີດວງນີ້ ມີຫົກຊໍ່ຄວນຈົດຈໍາ
ຂຶ້ນໃຈຢ່າລືມຫຼົງ ທຸກຄໍາຢ່າຜິດຜ້ຽນ
ທູບທຽນບຸບຜັງພ້ອມ ບໍ່ມີກໍຕາມຊ່າງ
ພຽງແຕ່ທ່ອງທຸກມື້ ສັກສິດແທ້ບໍ່ຕ້ອງລອງ
ຊໍ່ທີ່ໜຶ່ງວ່າໄວ້ "ໃຫ້ຮັກວັດເໝືອນເຮືອນແລະບ້ານ" ຕົນ
ປະຊາຊົນຊາວພຸດ ພ້ອມພຣະສົງສາມະເນນພ້ອມ
ສາມະຄີກັນສ້າງ ຮັກສາເສີມພ້ອມພໍ່າ
ທຸກວັນຄືນໃຫ້ເນັ່ງນ້ອມ ວັນສິນເຂົ້າຮ່ວມບຸນ
ຊໍ່ທີສອງຈົ່ງຈໍາໝັ້ນ "ຮັກວຽກງານເໝືອນຊິວິດ"
ທໍາໜ້າທີ່ການຫຍັງ ຈົ່ງໃສ່ໃຈຢ່າວາງເວັ້ນ
ທັງກາງເວັນແລງຄືນຄ້ອຍ ໜາວໜັກຫຼືຮ້ອນເຮັ່ງ
ທໍາວຽກງານຢ່າໃຫ້ຄ້າງ ວາງຖິ້ມໃຫ້ເສື່ອມເສັຍ
ຊໍ່ທີ່ສາມທ່ອງໃຫ້ໝັ້ນ "ຮັກລູກສິດເໝືອນກັບຕົນ"
ຮັກຕົນພໍພຽງໃດ ກໍໃຫ້ເປັນໄປສະເໝີດ້າມ
ຕິດຕາມທັງປົກປ້ອງ ສິດສອນຄວາມສະຫຼາດ
ທັງປະກາດຍົກຍ້ອງ ຕັກເຕືອນປ້ອງແນະນໍາ
ຊໍ່ທີ່ສີ່ດີເລີດລົ້ນ ປະເສີດຍິ່ງເຫຼືອທີ່ສຸດ
ຍົກສູງຄວາມເປັນມະນຸດ ໃຫ້ທົ່ວເຖິງພ້ອມພ້ອມ
ຄື "ຮັກປະຊາຊົນເໝືອນຍາດ" ພີ່ນ້ອງຮ່ວມອຸທອນດຽວ
ສິດປະຊາທິປະໄຕ ທຸກໆຄົນຈົ່ງຊູໄວ້
ຊໍ່ທີ່ຫ້າສໍາຄັນແທ້ ປະເສີດຍິ່ງເໜືອຊິວິດ
ຍິ່ງກວ່ານິນນໍງາ ເພັດເງິນຄໍາແກ້ວ
ລາຄາຫຼາຍເຫຼືອລໍ້າ ຢ່າວາງໃຈແລະປະໝາດ
"ຮັກປະເທດຊາດໃຫ້ຍິ່ງລົ້ນ ເໝືອນແກ້ວດວງຕາ"
ຊໍ່ທີ່ຫົກນັ້ນແກ່ນກ້າ ເປັນຍອດຍິ່ງຈອມມຸກ
ສຸກຈະຍືນຍົງຍັງ ແກ່ຄົນທັງຄ້າຍ
ຊົນທັງຫຼາຍຄວາມນ້ອມ ຢ່າລືມໄລໃຫ້ຫຼອຍລ່າ
"ຮັກສາດສະໜາໃຫ້ເກິ່ງພ້ຽງ ພຽງກໍ່າແກ່ນດວງໃຈ"
ຄາຖານີ້ຫາກເຮັດໄດ້ ບໍາເພັງຜ່ອງໃຫ້ເປັນກິດ
ປະຊາລາວທັງຜອງ ຊິໝັ້ນຄົງສະຖຽນໝັ້ນ
ຂໍແກ່ລາວທັງຄ້າຍ ຈົ່ງຮຽນເອົາໃຫ້ຖ້ວນທົ່ວ
ຊາດຈະເລີນກ້າວໜ້າ ປະຊາເຊື້ອຢູ່ກະເສີມ ແທ້ແລ

ກອນຮັກ(ເອົາໃຈໄວຮັກ)
ຈົ່ງຮູ້ວ່າ ເຮົາທໍາດີ ສະເພາະເຈົ້າ
ຈັ່ງແມ່ນເຫງົາ ສຸດຫ່ວງໃຍ ສຸດຫ່ວງຫາ
ຢາກບອກວ່າ ຮັກແຕ່ເຈົ້າ ທຸກເວລາ
ຖ້າຫາກວ່າ ເຈົ້າໂທມາ ສຸດດີໃຈ
ຫາກເຈົ້າຮູ້ ວ່າຂ້ອຍຮັກ ຈົ່ງໂທມາ
ຂ້ອຍຄອຍຖ້າ ເຈົ້າໂທມາ ອົດບໍ່ໄຫວ
ໂທຫາເຈົ້າ ຫຼາຍຄັ້ງແລ້ວ ຖືກເບີໃຜ
ສຽງກ້ອງໃຫຍ່ ເໝືອນພໍ່ເຈົ້າ ເວົ້າແບບກວນ
ເຈົ້າເອົາເບີ ໃຜໃຫ້ຂ້ອຍ ຂ້ອຍເກັບໄວ້
ເຊັບໃນໃຈ ຄົບແປດຫຼັກ ສຸດສະຫງວນ
ເສັຍແຕ່ວ່າ ຄົນທີ່ຮັບ ເວົ້າຈາກວນ
ຂໍເຊີນຊວນ ໂຜດເຫັນໃຈ ຄົນຄອງຄອຍ
(ຢ່າຕິ ຢ່າຮິ ເດີ ຂຽນແບບນີ້ກະເປັນຄືກັນ ແຕ່ບໍ່ແມ່ນຂຽນເພື່ອຜູ້ຂຽນເອງ ຂຽນໄວ້ໃຫ້ຄົນໃດກໍໄດ້ ທີ່ຫຼົງຮັກໃຜ ແຕ່ທາງທີ່ດີຄວນໂທຫາກແມ່ ພໍ່ແນ່ ຜູ້ທີ່ຮັກເຮົາທີ່ສຸດ)
ຈັ່ງແມ່ນເຫງົາ ສຸດຫ່ວງໃຍ ສຸດຫ່ວງຫາ
ຢາກບອກວ່າ ຮັກແຕ່ເຈົ້າ ທຸກເວລາ
ຖ້າຫາກວ່າ ເຈົ້າໂທມາ ສຸດດີໃຈ
ຫາກເຈົ້າຮູ້ ວ່າຂ້ອຍຮັກ ຈົ່ງໂທມາ
ຂ້ອຍຄອຍຖ້າ ເຈົ້າໂທມາ ອົດບໍ່ໄຫວ
ໂທຫາເຈົ້າ ຫຼາຍຄັ້ງແລ້ວ ຖືກເບີໃຜ
ສຽງກ້ອງໃຫຍ່ ເໝືອນພໍ່ເຈົ້າ ເວົ້າແບບກວນ
ເຈົ້າເອົາເບີ ໃຜໃຫ້ຂ້ອຍ ຂ້ອຍເກັບໄວ້
ເຊັບໃນໃຈ ຄົບແປດຫຼັກ ສຸດສະຫງວນ
ເສັຍແຕ່ວ່າ ຄົນທີ່ຮັບ ເວົ້າຈາກວນ
ຂໍເຊີນຊວນ ໂຜດເຫັນໃຈ ຄົນຄອງຄອຍ
(ຢ່າຕິ ຢ່າຮິ ເດີ ຂຽນແບບນີ້ກະເປັນຄືກັນ ແຕ່ບໍ່ແມ່ນຂຽນເພື່ອຜູ້ຂຽນເອງ ຂຽນໄວ້ໃຫ້ຄົນໃດກໍໄດ້ ທີ່ຫຼົງຮັກໃຜ ແຕ່ທາງທີ່ດີຄວນໂທຫາກແມ່ ພໍ່ແນ່ ຜູ້ທີ່ຮັກເຮົາທີ່ສຸດ)

7/5/55
ຍິ້ມນິຣັນດອນ

6/5/55
ນານາທິຕຖີເກ ນານະຍິສສະສິ ເຕ
"ນານາທິຕຖີເກ ນານະຍິສສະສິ ເຕ"(ແປ) ມະນຸດທັງຫຼາຍ ຕ່າງຄວາມຄິດຕ່າງຄວາມເຫັນກັນ, ເຮົາຈະກໍານົດໃຫ້ຄົນຄິດເໝືອນກັນໝົດ ບໍ່ໄດ້. (ພຸດທະພົດ)
ມະນຸດທັງຫຼາຍໃນໂລກລ້ວນ ຕ່າງຄວາມຄິດຄວາມເຫັນກັນແລ້ວ
ເປັນນານາຈິດຕັງ ຕ່າງກັນຈິງແທ້
ທິດຖີນັ້ນ ຄືຄວາມເຫັນແຕກຕ່າງ
ຕ່າງຖະນະຕ່າງສະຖານທີ່ ຕ່າງເຜົ່າພ້ຽງ ຄວາມເຫັນນັ້ນຍ່ອມຕ່າງກັນ
ສະນັ້ນ ຄົນທັງຫຼາຍຫຼາກລ້ວນ ຈະໃຫ້ຄິດເໝືອນເຮົາ ຍາກແລ
ມີແຕ່ໂຮມຄວາມຄິດ ໃຫ້ຄ່ອງກັນພໍໃຊ້
ແລ້ວຈຶ່ງລົງມະຕິພ້ອມ ພຽງໃຈກັນປະກອບ
ຕາມລະບອບແບບເບື້ອງ ປະຕິບັດດ້ວຍຊ່ວຍກັນທໍາ ໄດ້ແລ
ຫຼາຍຄົນຫຼາຍຄວາມຄິດແທ້ ເປັນປະໂຫຍດມະຫາສານ
ຫຼາຍແນວທາງຫຼາຍຄະຕິ ຍ່ອມດີຫຼາຍລົ້ນ
ຄົນຫຼາຍຄົນລວມກັນເຂົ້າ ມີພະລັງທີ່ອົງອາດ
ຄວາມຄິດເຫັນທີ່ຖືກຕ້ອງ ເປັນທາງກ້າວພັດທະນາ ແທ້ເນີ
ມະນຸດທັງຫຼາຍໃນໂລກລ້ວນ ຕ່າງຄວາມຄິດຄວາມເຫັນກັນແລ້ວ
ເປັນນານາຈິດຕັງ ຕ່າງກັນຈິງແທ້
ທິດຖີນັ້ນ ຄືຄວາມເຫັນແຕກຕ່າງ
ຕ່າງຖະນະຕ່າງສະຖານທີ່ ຕ່າງເຜົ່າພ້ຽງ ຄວາມເຫັນນັ້ນຍ່ອມຕ່າງກັນ
ສະນັ້ນ ຄົນທັງຫຼາຍຫຼາກລ້ວນ ຈະໃຫ້ຄິດເໝືອນເຮົາ ຍາກແລ
ມີແຕ່ໂຮມຄວາມຄິດ ໃຫ້ຄ່ອງກັນພໍໃຊ້
ແລ້ວຈຶ່ງລົງມະຕິພ້ອມ ພຽງໃຈກັນປະກອບ
ຕາມລະບອບແບບເບື້ອງ ປະຕິບັດດ້ວຍຊ່ວຍກັນທໍາ ໄດ້ແລ
ຫຼາຍຄົນຫຼາຍຄວາມຄິດແທ້ ເປັນປະໂຫຍດມະຫາສານ
ຫຼາຍແນວທາງຫຼາຍຄະຕິ ຍ່ອມດີຫຼາຍລົ້ນ
ຄົນຫຼາຍຄົນລວມກັນເຂົ້າ ມີພະລັງທີ່ອົງອາດ
ຄວາມຄິດເຫັນທີ່ຖືກຕ້ອງ ເປັນທາງກ້າວພັດທະນາ ແທ້ເນີ

3/5/55
ເຈັ້ຍ

2/5/55
ປອງດອງ
ປ-ປົບໜີໄກຈາກບ້ານ ພັດຖິ່ນໄປແດນໄກ
ອ-ອອກຈາກດິນແດນລາວ ດ້ວຍການຫຍັງແທ້
ງ-ເງື່ອນໄຂຄົງຈະແຈ້ງ ບັນຫາການຊີວິດທ່ານ
ເຖິງເວລາທີ່ຮັບຮູ້ ສະໜານເຂົ້າຮ່ວມມື
ດ-ດ້ວຍເຫດການຈິງແຈ້ງ ຕາມທີ່ທ່ານໄດ້ປະສົບ
ອ-ອັນທີ່ຄວນຄໍານຶ່ງເຖິງ ຊາດລາວໃຫ້ຈະແຈ້ງ
ງ-ໂງ່ກັບຄືນມາສ້າງ ເມືອງລາວໃຫ້ເຮືອງຮຸ່ງ
ສະໝານໃຈກອດກ້ຽວ ໂຮມກັນກ້າວ "ປອງດອງ"
ປອງ-ຄືວ່າປົກປ້ອງໄວ້ ທັງຊາດແລະປະຊາ
ຄວາມສາມັກຄືຈຸດໝາຍ ທີ່ວາດວາງລົງໄວ້
ດອງ-ເອົາຄວາມຫວານພ້ອມ ຄວາມຂົມໃຈທີ່ມີຢູ່
ໃຫ້ເກີດລົດຊາດສ້ຽງ ທຸກຝ່າຍພ້ອມຮ່ວມມື
ປອງດອງເໝືອນເອົາເກືອໃສ່ນໍ້າ ຕົ້ມລະອຽດໃຫ້ມັນສຸກ
ຜະສົມກັນໝາກຍົມຂຽວ ລົດດີທັງສົ້ມ
ເມື່ອມາສົມກັນແລ້ວ ຫຼາຍວັນມີລົດແຊບ
ເຄັມຂົມທັງຜ່ອງສົ້ມ ຍັງນົວລິ້ນຖືກໃຈ
ເຊີນເດີພວກທ່ານໄທ້ ໄທຊາດປະຊາລາວ
ຢູ່ທົ່ວໃນແດນໃດ ຈົ່ງຮ່ວມໃຈກັນໄວ້
ສ້າງຊາດລາວໃຫ້ເຮືອງກ້າວ ເໝືອນເດືອນເພັງໄຮ້ເມກໝອກ
ຫາກຄົນລາວທຸກທ່ານຜູ້ ເຫັນພ້ອມຈົ່ງຊ່ວຍກັນ ແນ່ທ້ອນ.
(ຄິດໄດ້ກໍແຕ່ງໄປ-ຕາມອາຣົມສິນ ຊື່ໆເດີ)

ມາລາມາໄລ
ບຸບຜາພັນດອກໄມ້ ປະດັບກິ່ງງ່າສາຂາ ມັນນັ້ນ
ເດັດມາວາງໃນພາພານ ຮຽກວ່າດວງມາລາແຍ້ມ
ແມ້ງເມື່ອລວມກັນຮ້ອຍ ຫຼາຍສີແຕກຕ່າງ
ເປັນພວງພັນມອບໃຫ້ ເປັນພວງມາໄລໄຫວ້ໜໍ່ພຸດໂທ
ແມ້ງເມື່ອເອົາດອກໄມ້ ບຸບຜາຊາດພັນປະດັບ
ດ້ວຍຮູບຊົງສວຍງາມ ໃສ່ແຢ່ງຂາສາມຕັ້ງ
ຂຽນອາໄລນໍາດ້ວຍ ພື້ນສີດໍາບອກເຈດ
ພວງມາລາທີ່ຮຽກເອີ້ນ ອາໄລໄຫວ້ຜູ້ຕາຍ
ພວງດອກໄມ້ ທີ່ຮຽກວ່າພວງມາໄລ
ບຸບຜາພັນແນວໃດ ຫາກຍົກຍໍເວນໃຫ້
ໃຜໄດ້ໄປໃຈສະອື້ນ ຍິນດີດອມຊົມຊອບ
ນໍ້າຕາລົ້ນອາບແກ້ມ ຊື່ນຊົມຊອບຮັກກັນຈິງ
ແມ່ນບໍ່ຫຼາຍມາກລົ້ນ ພຽງດອກດວງດຽວ
ກຸຫຼາບສີແດງສົດ ຊໍ່ນິຍົມຍໍຍ້ອງ
ຫາກວ່າວັນທີ່ຄວນໃຫ້ ວາເລນທາຍນ໌ຍົກຍື່ນ
ສາວໃດໄດ້ຮັບໃຈສະອື້ນ ຢືນບໍ່ໝັ້ນລ່ອຍຂາ ພຸ້ນລະແມ໊ະ
ຫຼາຍດອກໂຮມກັນເຂົ້າ ລຽນແນບເປັນພວງ
ປະດັບໂບດີງາມ ຍື່ນຍໍເວນໃຫ້
ຍາມສໍາຄັນເໝາະເລື່ອງ ວັນສໍາຄັນຕ່າງໆ
ຄົນຮັບຊົມຊື່ນຍ້ອງ ຊໍ່ມາລານັ້ນແນບໃຈ
ອັນວ່າດວງດອກໄມ້ ບຸບຜາຊາດນານາພັນ
ເອົາມາໂຮມລຽນກັນ ໃສ່ຂັນຍໍຕັ້ງ
ທູບທຽນລຽນລາຍລ້ອມ ເປັນໝາກເບັງຕົ້ນນ້ອຍໃຫຍ່
ຖວາຍບູຊາພຸດທະຮູບເຈົ້າ ໄດ້ບຸນມາກຊໍ່າກອງບຸນ
ດອກໄມ້ດຽວກັນນັ້ນ ປະດັບວາດແວວສິນ
ຍົກຍື່ນຍໍເວນຖວາຍ ຕາມເຫດການຈະແຈ້ງ
ໄດ້ບຸນ-ຄຸນປະສົງແມ້ງ ຕາມຈິງໃຈເຈດ
ມອບໃຫ້ຄົນເຄົາຣົບແທ້ ຮັກກັນໝັ້ນຊົ່ວຊີບວາຍ
ເມື່ອເອົາດວງດອກໄມ້ ປະດັບວາດແວວສິນເຊັ່ນກັນ
ເຮັດເປັນພວງມາລາ ຍົກຍໍເວນນ້ອມ
ບໍ່ມີໃຜປະສົງແມ້ງ ມາລາຊໍ່ໃຫຍ່
ໃຜໄດ້ຮັບພວງດອກໄມ້ເຊັ່ນນີ້ ເໝືອນກັບແກ້ງແຊ່ງໃຫ້ຕາຍ ວ່າຈັ່ງຊັ້ນ
ນີ້ແລ້ວ ທຸກສິ່ງໃນໂລກລ້ວນ ເກີດຈາກການສົມມຸດ
ມະນຸດເຮົາເປັນຄົນທໍາ ໃຫ້ເປັນໄປຕາມນັ້ນ
ຄວາມສໍາຄັນຫຼາຍນ້ອຍ ສັງຄົມຄົນເປັນຜູ້ຊອບ
ຄວນສຶກສາຢັ່ງຮູ້ ຈຶ່ງເຫັນແຈ້ງອັນຄວນ ທ່ານເອີຍ

สมัครสมาชิก:
บทความ (Atom)