23/6/57

ຄ່າຂອງຄົນ



- ຄ່າ­ຂອງ­ຄົນປະ­ເສີດໄດ້ ໃນເມື່ອມອງ­ຜົນ­ງານ 
ການກະ­ທໍາ­ສະ­ເໜີຜົນ ອອກ­ມາ­ປາ­ຈັກແຈ້ງ 
ຜົນ­ງານ­ດີເຫັນ­ຮູ້ ເປັນຄ່າ­ຄຸນ­ຄອງປະ­ເສີດ 
ຜົນ­ງານ­ຊົ່ວປະ­ກາດໃຫ້ ເປັນ­ຄົນໄຮ້ຄ່າບໍ່­ສູງ 

- ຜົນ­ງານ­ການປະ­ກາດ­ຊີ້ ທະ­ວີວາດ­ສັກ­ດາ­ຄົນ 
ຜູ້­ທີ່­ມີຍົກ­ສັກ ກຽດ­ກືກອງ­ລົ້ນ 
ກໍເພາະ­ຜົນ­ງານ­ຊີ້ ໃຫ້ເປັນ­ດີເລີດເດັ່ນ 
ຄົນເຂົາເຫັນ­ຮັບ­ຮູ້ ຜົນ­ງານແລ້ວຍົກ­ຍໍ 

- ຜົນ­ງານ­ຍົກຄ່າໃຫ້ ຄົນ­ມີຍົດ­ປາກົດ­ສັກ 
ວຽກ­ງານ­ດີຍ່ອມ­ດີຄັກ ສາ­ທຸຊົນ­ສາກົນຍ້ອງ 
ບໍ່­ມີໝອງ­ສູນເສົ້າ ຄຸນ­ຄວາມ­ດີທີ່ໂລກກ່າວ 
ເປັນແວ່ນແຍ­ງ­ວາດໄວ້ ໃຫ້­ຄົນໄດ້ເດີນ­ຕາມ 

- ຄຸນຄ່າ­ຄົນປະ­ເສີດ­ລົ້ນ ຄົນ­ມາຍ­ມາກ­ບູຊາດ­ຄຸນ 
ດີຊົ່ວເຫັນ­ນໍາກັນ ແຍກ­ການກະ­ທໍາໄວ້ 
ໃຜຜູ້ຫວນເຫັນແລ້ວ ຄຸນ­ຄວາມ­ດີອັນ­ຊອບ 
ແມ່ນ­ຊິມຸດ­ມອດມ້ຽນ ຜົນ­ງານ­ລໍ້າບໍ່ເສື່ອມ­ສູນ ທ່ານເອີຍ

ไม่มีความคิดเห็น:

แสดงความคิดเห็น