25/6/57

ແນະນຳຊື່ໆ

ແນະນຳຊື່ໆ
-----------
ເຫັນພາບນີ້ຢ່າຟ້າວຮ້າຍ ຊິຫາວ່າຊອກແຕ່ຕິ ສາເດີ
ເຫັນແນວດີເອົາມາຊົມ ໃຫ້ໝູ່ຊົນນິຍົມຍ້ອງ
ເຫັນແນວໃດມັນຂັດຂ້ອງ ມອງໄປເປັນທາງເສື່ອມ
ກໍນຳມາຊີ້ແຈງໃຫ້ ເຫັນແຈ້ງບໍ່ຄວນ 

ພາບນີ້ເຫັນບ່ອນຂ້ອງ ມັນບໍ່ຄ່ອງປະເພນີ
ມັນຂັດກັບຮີດຄອງ ສາສະໜານຳພ້ອມ
ຈຶ່ງນຳມາແນະນຳໃຫ້ ເຫັນຄວາມທາງຊອບ
ເພື່ອພ້ອມກັນແກ້ໄຂໃຫ້ຖືກຕ້ອງ ຄາວໜ້າຈຶ່ງຊິດີ ຊັ້ນດອກ

ການແນະນຳຄັ້ງນີ້ ຫວັງເພື່ອທະລຸຫຼັກ
ໃຫ້ຮູ້ຈັກແນວທາງ ຖືກຄອງຄວນເວັ້ນ
ແນະໃຫ້ເຫັນຫຼາຍດ້ານ ຕາມສົມຄວນຜົນເຫດ
ທ່ານເປັນສື່ ເຮົາກໍເປັນສື່ໃຫ້ ຄົນທັງຫຼາຍຮູ້ຮ່ວມນຳ ຈັງຊັ້ນນາ

ไม่มีความคิดเห็น:

แสดงความคิดเห็น