27/6/57
ກອນ

25/6/57
ແນະນຳຊື່ໆ
ແນະນຳຊື່ໆ
-----------
ເຫັນພາບນີ້ຢ່າຟ້າວຮ້າຍ ຊິຫາວ່າຊອກແຕ່ຕິ ສາເດີ
ເຫັນແນວດີເອົາມາຊົມ ໃຫ້ໝູ່ຊົນນິຍົມຍ້ອງ
ເຫັນແນວໃດມັນຂັດຂ້ອງ ມອງໄປເປັນທາງເສື່ອມ
ກໍນຳມາຊີ້ແຈງໃຫ້ ເຫັນແຈ້ງບໍ່ຄວນ
ພາບນີ້ເຫັນບ່ອນຂ້ອງ ມັນບໍ່ຄ່ອງປະເພນີ
ມັນຂັດກັບຮີດຄອງ ສາສະໜານຳພ້ອມ
ຈຶ່ງນຳມາແນະນຳໃຫ້ ເຫັນຄວາມທາງຊອບ
ເພື່ອພ້ອມກັນແກ້ໄຂໃຫ້ຖືກຕ້ອງ ຄາວໜ້າຈຶ່ງຊິດີ ຊັ້ນດອກ
ການແນະນຳຄັ້ງນີ້ ຫວັງເພື່ອທະລຸຫຼັກ
ໃຫ້ຮູ້ຈັກແນວທາງ ຖືກຄອງຄວນເວັ້ນ
ແນະໃຫ້ເຫັນຫຼາຍດ້ານ ຕາມສົມຄວນຜົນເຫດ

ຄົນດີມີສີແກ່ຊາດ

ເມື່ອມອງ

ພອນ

ກຳ-ກັມ

ວິຣະບູຣຸດ

23/6/57
ປອງດອງ

ພວງມາລາ ຊໍ່ມາລີ ພວງມາໄລ

ຈັນແຈ້ງໃຈສຸກ

ເວົ້ານຳເຮັດນຳ

ທຳມະຊາດກັບທຳມະ

ປັນຍາຊົນ

ສ້າງທາງໄປເມືອງສະຫວັນ

ພະທຳເປັນທຳສຳລັບໂລກ

ໃກ້ຊິດ

ອັບປະມາທະ

ຄ່າຂອງຄົນ
- ຄ່າຂອງຄົນປະເສີດໄດ້ ໃນເມື່ອມອງຜົນງານ
ການກະທໍາສະເໜີຜົນ ອອກມາປາຈັກແຈ້ງ
ຜົນງານດີເຫັນຮູ້ ເປັນຄ່າຄຸນຄອງປະເສີດ
ຜົນງານຊົ່ວປະກາດໃຫ້ ເປັນຄົນໄຮ້ຄ່າບໍ່ສູງ
- ຜົນງານການປະກາດຊີ້ ທະວີວາດສັກດາຄົນ
ຜູ້ທີ່ມີຍົກສັກ ກຽດກືກອງລົ້ນ
ກໍເພາະຜົນງານຊີ້ ໃຫ້ເປັນດີເລີດເດັ່ນ
ຄົນເຂົາເຫັນຮັບຮູ້ ຜົນງານແລ້ວຍົກຍໍ
- ຜົນງານຍົກຄ່າໃຫ້ ຄົນມີຍົດປາກົດສັກ
ວຽກງານດີຍ່ອມດີຄັກ ສາທຸຊົນສາກົນຍ້ອງ
ບໍ່ມີໝອງສູນເສົ້າ ຄຸນຄວາມດີທີ່ໂລກກ່າວ
ເປັນແວ່ນແຍງວາດໄວ້ ໃຫ້ຄົນໄດ້ເດີນຕາມ
- ຄຸນຄ່າຄົນປະເສີດລົ້ນ ຄົນມາຍມາກບູຊາດຄຸນ
ດີຊົ່ວເຫັນນໍາກັນ ແຍກການກະທໍາໄວ້
ໃຜຜູ້ຫວນເຫັນແລ້ວ ຄຸນຄວາມດີອັນຊອບ
ແມ່ນຊິມຸດມອດມ້ຽນ ຜົນງານລໍ້າບໍ່ເສື່ອມສູນ ທ່ານເອີຍ

18/6/57
ືທາງໄປ

ຄະຕິຊີວິດ

สมัครสมาชิก:
บทความ (Atom)