23/4/57

ສະບາຍດີປີກາຍ-ສຸກສະບາຍປີນີ້


ສະບາຍດີປີກາຍ-ສຸກສະບາຍປີນີ້
----------

ປີກາຍໄດ້ຜ່ານ­ພົ້ນ ປີໃໝ່­ວຽນມາ
ປີກາຍ­ຄົນ­ທັງ­ຫຼາຍ ເກືອບ­ຈີບ­ຫາຍ­ຕາຍຍ້ອນ 
ມີຫຼາຍ­ຄົນ­ບໍ່ແຂງເຂັ້ມ ໄດ້­ສູນ­ຫາຍ­ຕາຍ­ຈາກ 
ຄົນສ່ວນ­ຫຼາຍ­ລໍາບາກຍ້ອນ ປີນີ້ກ່ອນ­ຊິກາຍ 

ຄົນ­ທັງ­ຫຼາຍໄດ້ແຕ່ຮ້ອງ ຕ້ອນ­ຮັບ­ປີໃໝ່­ມາ 
ປີເກົ່າກາຍຜ່ານໄປ ບໍ່­ສົນໃຈຊ້ໍາ 
ມີແຕ່ເຮຮົນຮ້ອງ ສະ­ບາຍ­ດີປີໃໝ່ 
ບໍ່­ມີໃຜກ່າວເວົ້າ ລາແລ້ວປີເກົ່າກາຍ 

ປີເກົ່າດີເລີດ­ລໍ້າ ທີ່ເຮົາ­ຜ່ານ­ວິກິດ­ການ 
ມີຄວາມ­ສຸກ­ສໍາ­ລານ ຜ່ານ­ມາ­ຈົນ­ປານ­ນີ້ 
ບາງ­ຄົນ­ດີຫຼາຍ­ລົ້ນ ຈະ­ເລີນ­ສີແສນຢ່າງ 
ບາງ­ຄົນ­ສົມ­ມາດແມ້ງ ຈະ­ເລີນ­ຂຶ້ນ­ລື່ນທະ­ວີ 

ບາງ­ຄົນເກືອບ­ບວບ­ບີ້ ປີ້­ປົ່ນ­ປານ­ລົນໄຟ 
ມີບົດ­ຮຽນ­ຫຼວງ­ຫຼາຍ ທຸກ­ກາຍໃຈເສົ້າ 
ມີຄວາມເຫງົາ­ຄວາມເສົ້າ ຄວາມ­ອຸກ­ຄວາມ­ອັ່ງ 
ນໍ້າ­ຕາ­ຫຼັ່ງ­ອາບຍ້ອຍ ຜ່ານ­ມາແລ້ວເພາະ­ປີກາຍ 

ເຮົາບໍ່ຄວນກ່າວຮ້າຍ ປີເກົ່າກາຍໄປ 
ຫາກເຮົາ­ພົບ­ສິ່ງໃດ ຊິວ່າດີຫຼືຮ້າຍ 
ຄວນຂະ­ຫຍາຍ­ທາງ­ຄື້ນ ຄືນເວັນໃຫ້ເຫັນຊ່ອງ 
ສ້າງ­ປີນີ້ໃຫ້­ຖືກຕ້ອງ ຈະ­ເລີນ­ຂຶ້ນ­ລື່ນ­ປີກາຍ 

ປີກາຍຜ່ານໄປແລ້ວ ເຮົາໄດ້­ຢູ່­ສຸກ­ຂີ 
ທັງ­ຊີວີຈະ­ເລີນ­ສຸກ ກໍເພາະ­ປີກາຍທະ­ລາຍ­ສິ້ນ 
ປີໃໝ່­ວຽນ­ມາໃກ້ ເຮົາຍືນ­ຍົງ­ຍັງທ່ຽງ 
ປີໃໝ່­ນີ້­ຂໍຢ່າມີສິ່ງຮ້າຍ ສະ­ບາຍ­ລົ້ນ­ກວ່າ­ປິກາຍ ແທ້ເດີ

ไม่มีความคิดเห็น:

แสดงความคิดเห็น