23/4/57

ງາມປານແຕ້ມ

- ເຫັນພາບງາມຂະໜາດນີ້ ຫາທີ່ສະເໝີເໝືອນ
ຈັກແມ່ນເມືອງຫຍັງເດ ຈັ່ງແມ່ນງາມເຫຼືອຮ້າຍ
ງາມເຫຼືອຫຼາຍປານນີ້ ປຸນປານພຣະອິນແຕ່ງ
ຫາໃສປຸນປຽບໄດ້ ປານແຕ້ມແຕ່ງເອົາ

ເມືອງແຫ່ງນີ້ງາມສະອາດລໍ້າ ຮິມນໍ້າແສນສະຫງົບ
ຮິມທາລານະທີເລິກ ຕ້ອງແສງໄຟໃນຍາມນີ້
ຕຶກສູງຊໍ່ຊູຊັນຊີ້ ຮຽງກັນເປັນລະບຽບ
ປຽບດັ່ງເມືອງແຫຼ່ງຫຼ້າ ສະຫວັນຟ້າກໍບໍ່ປານ

ຄິດຢາກເຫັນປະເທດບ້ານ ເມືອງມີ່ງຂອງລາວ
ສວຍງາມມີສີສັນ ປຽບປຸນປານນີ້
ບໍ່ຕ້ອງມີຕຶກຊີ້ ສູງຊັນປານນັ້ນດອກ
ຂໍແຕ່ຈັດລະບຽບໃຫ້ ມັນກວ້າງງົດງາມ

ສິ່ງທີ່ບໍ່ຄວນມອງຂ້າມ ຄືພູມີທັດຈັດໃຫ້ດີ
ເມື່ອຫຼຽວມອງທາງໃດ ໃຫ້ສ່ອງເຫັນໄກໃກ້
ກັບທັງມີຕົ້ນໄມ້ ສົດສວຍທຳມະຊາດ
ຄວາມສະອາດກໍໃຫ້ໄດ້ ພຽງນີ້ແມ່ນງົດງາມ ແລ້ວແລ

23 ເມສາ 2014

ไม่มีความคิดเห็น:

แสดงความคิดเห็น