10/9/57

ຄວນພິຈາລະນາ

ຄຳຄົມນີ້ ມີຄົນສົ່ງມາໃຫ້
----------

- ເພິ່ນວ່າ ນໍ້າສະອາດເກີນໄປນັ້ນ ບໍ່ມີໝູ່ມວນມັດສາ
ເຂັ້ມງວດເກີດອັດຕາ ບໍ່ລິວານບໍ່ມີດ້ວຍ
ເປັນຄຳຄົມເຂົາຂຽນໄວ້ ຊິວິໄຈໃຫ້ເຫັນສ່ອງ
ຄົ້ນຫາຄວາມຖືກຕ້ອງ ຫຼາຍນ້ອຍຊ່ຳໃດ ?

- ນໍ້າໃສເກີນໄປນັ້ນ ປາມີມາກຫຼວງຫຼາຍ
ນໍ້າໝອງມີບົວບານ ພືດພັນອຸດົມລໍ້າ
ຜັກຕົບທັງຜັກນໍ້າ ສະກັດມູນມວນຝຸ່ນ
ນໍ້າໃນໜອງສະອາດລໍ້າ ປູປານັ້ນມາກມູນ

- ນໍ້າໃສໃນໜອງນໍ້າ ມີມວນທາດທັງອາຫານ
ມີສາຍທານຢ່ອງເຖິງ ໝູ່ມັດສາສະແຫວງຊົ້ນ
ເປັນທີ່ເພິງພາອາໄສຊົ້ນ ລະວັງໄພໄດ້ຕະຫຼອດ
ນໍ້າທີ່ໃສໄຮ້ພິດຮ້າຍ ຍ່ອມດີແທ້ມາກມາຍ

- ເວັ້ນແຕ່ນໍ້າໃສໃນກວດແກ້ວ ເຂົາຮຽກວ່າສຸລາ
ໝູ່ມັດສາມວນແມງ ບໍ່ສະແຫວງໝາຍມຸ້ງ
ນໍ້າໃສເຕັມໄປດ້ວຍ ມູນສານເສັຍປະໂຫຍດ
ມີແຕ່ພິດເພດຮ້າຍ ໃສລ້າຄ່າບໍ່ສູງ

- ຄົນເຂັ້ມງວດເກີນໄປນັ້ນ ຖືຍິ່ງຫຼັກການ
ບໍລິວານສູນຫາຍ ບໍ່ມາກມາຍຫຼາຍລົ້ນ
ຄົນທີ່ມາຊູຊ້ວນ ຊ່ວຍແຮງງານບໍ່ເຕັມສ່ວນ
ປະຕິບັດງານບໍ່ຄົບຖ້ວນ ມະໂນແມ້ງດັ່ງໃຈ

- ອັນນີ້ຕ້ອງວິໄຈໃຫ້ແຈ້ງ ໃຫ້ສົມເຫດສົມຜົນ
ບໍລິວານມວນຊົນ ທີ່ເພິ່ງພາອາໄສຊົ້ນ
ມີມາກມາຍຫຼາຍລົ້ນ ແຕ່ເປັນຄິດບໍ່ຊື່
ຖືອະທຳເປັນເຈົ້າ ກໍສູນເສົ້າເມື່ອລຸນ
 
- ບໍລິວານມາກລົ້ນ ບໍ່ເກີດກໍ່ການກຸສົນ
ມີແຕ່ຄົນບໍ່ມີຄົນ ກໍຫວັ່ນວົນວາຍໄດ້
ເປັນຫົນທາງນໍາໃຫ້ ເປັນໄປທາງເຊື່ອມ
ຕົນເອງສັງຄົມຄະເຄື້ອນ ປົນເປື້ອນອັນບໍ່ຄວນ

- ການເຂັ້ນງວດຢ່າງຖືກຕ້ອງ ສົມສ່ວນຄຸນນະທຳ 
ສ້າງປັນຍາເປັນແກ່ນນຳ ຊີ້ທິດທາງອະນັນລ້ຳ
ບໍລິວານມີພຽງນ້ອຍ ກໍຊົງຄຸນມາກຄ່າ
ດີກວ່າບໍລິວານມີມາກລົ້ນ ຜົນໄດ້ບໍ່ຫຼາຍ

- ຄວາມເຂັ້ມງວດໃດຄວນຕໍ່ຕັ້ງ ກໍ່ໃຫ້ເກີດເປັນຜົນ
ທັງຕົນເອງແລະສັງຄົມ ຈົ່ງເຊີດຊູເອົາໄວ້
ຫາກວ່າເປັນຜົນໃຫ້ ປັນຍາຍານຊານສະຫຼາດ
ຈົ່ງປະກາດໃຫ້ຮັບຮູ້ ເຫັນແຈ້ງທົ່ວໄປ

- ຄັນເຂັ້ມງວດໃຊ້ອຳນາດອ້າງ ທາງບໍ່ຊອບຄອງທຳ
ຈົ່ງຢ່ານຳມາທຳ ບໍ່ເກີດຄຸນພຽງນ້ອຍ
ເປັນຜົນເສັຍສັງຄົມຫຼົ້ມ ວິຊາການບໍ່ບັງເກີດ
ຄັນວ່າເປັນຈັ່ງຊີ້ ບໍ່ຄວນໃຫ້ຢຶດຖື ທ່ານເອິຍ

ທີ່ພູສ່າເຫຼົ້າ
ວັນທີ 10 ກັນຍາ 2014
ເວລາ 20:50 ໂມງ
ໂດຍ: ສາຍເຊລຳເພົາ

ไม่มีความคิดเห็น:

แสดงความคิดเห็น