29/8/57

ພື້ນຖານ/พื้นฐาน

- ທຸກສິ່ງໃນໂລກລ້ວນ ຈະຕັ້ງຢູ່ໄດ້ນານ
ຕ້ອງມີພື້ນຖານທີ່ໝັ້ນຄົງ ຈຶ່ງຢູ່ຍົງຍືນໄດ້
ບໍ່ວ່າຄົນທັງເຄືອງໃຊ້ ວັດຖຸຂອງໃຊ້ຊ່ວງ
ທັງປວງໃນໂລກນີ້ ຄົງໝັ້ນເພາະຖານ

- ຖານໃນທີ່ນິ້ ຈະແຍກແບ່ງໃຫ້ເປັນສາມ
ເພື່ອໃຫ້ເຫັນຄວາມຈິງ ສິ່ງທີ່ຄວນສຶກສາໄວ້
ອັນໜຶ່ງພື້ນຖານເຄົ້າ ພູມເດີມບ້ານເກົ່າ
ພື້ນຖານຖະນະສິນຊັບເຄົ້າ ຊົນຊັ້ນຊາດພູມ

- ອັນສອງທີ່ສອງທີ່ວ່ານີ້ ມີຊື່ວ່າຖານ
ວັດຖຸຂອງແນວໃດ ຕັ້ງໝັ້ນຄົງນານໄດ້
ຕ້ອງມີຖານທີ່ຄົງໝັ້ນ ຈຶ່ງຍືນນານຕັ້ງທ່ຽງ
ເໝືອນກະຕິບເຂົ້ານີ້ ມີຕີນຕັ້ງເປັນຖານ

- ອັນທີສາມນີ້ບອກແຈ້ງ ຖະແຫຼງຄັກຄືຫຼັກຖານ
ວິຊາການກົດເກນ ທິດສະດີທັງຫຼາຍດ້ວຍ
ຫາກມີຫຼັກຖານໝັ້ນ ວິຊາການກໍ່ໜ້າເຊື່ອ
ຫຼັກຖານດີແຈ່ມແຈ້ງ ລາຄາເພີ່ມຄ່າຄຸນ

- ເຊັ່ນວ່າໂຮງແລະຮ້ານ ປາສາດໃຫຍ່ຫໍສູງ
ປະຫວັດການຄວາມເປັນມາ ບອກຈິງຈະແຈ້ງ
ເຮົາກໍເຍືອງແຮງຮູ້ ພູມຫຼັງທີ່ອົງອາດ
ຊາດກໍສູງເດັ່ນດ້ວຍ ຫຼັກຖານເພີ່ນຍົກຍໍ

- ສະນັ້ນ ຈຶ່ງສະຫຼຸບເປັນຂໍ້ ໃຫ້ຄິດຫວນເຫັນ
ຖານຂອງຕຶກທີ່ໝັ້ນຄົງ ດັ້ງຢູ່ດີນານລ້ຳ
ຕ້ອງມີປູນເຫຼັກພ້ອມ ປະສົມກັບດິນຈີ່
ພື້ນຖານຕຶກມີສິ່ງນີ້ ກໍຄົງໝັ້ນຢູ່ນານ

- ຖານຂອງຊີວິດຊີວີນີ້ ນັ້ນແມ່ນການສຶກສາ
ມີວິຊາປັນຍາສູງ ເປັນພະລັງຄວາມຮູ້
ຈະທຳການອັນໃດແທ້ ຕ້ອງມີປັນຍາອັນສະຫຼາດ
ຄັນຂາດການຮຽນຮ່ຳຮູ້ ປັນຍາປູ້ຂາດຖານ

- ຄວາມເປັນຊາດທີ່ເອກອ້າງ ແມ່ນແຕກຕ່າງທາງພາສາ
ກັບທັງວັດທະນະທຳການປະພຶດ ຈຶ່ງແບ່ງກັນໄປຫຼາຍເຊື້ອ
ຫາກພາສາຈະຄົງໝັ້ນ ວັດທະນະທຳຈະເຮືອງຮຸ່ງ
ຕ້ອງມີຖານຄໍ້າໄວ້ ວັດທະນາແທ້ບໍ່ເສື່ອສູນ

- ພື້ນຖານຊາດພາສານັ້ນ ນັ້ນແມ່ນສາສະໜາ
ກັບທັງວັດທະນະທຳ ເປັນທິດນຳຈະແຈ້ງ
ສາສະໜາພັດທະນາແຈ້ງ ພາສາລາວໃຫ້ກ້າວເດັ່ນ
ວັດທະນະທຳລາວກໍພັ່ງພ້ອມ ສາສະໜາພຸດສ້າງພັດທະນາ ທ່ານເອີຍ

ໂດຍ
ສາຍເຊລຳເພົາ
31 ສິງຫາ 2014
ເວລາ 06:34 ໂມງ

ไม่มีความคิดเห็น:

แสดงความคิดเห็น