15/1/55

ຄາວຫວານ

ຄັນເມື່ອກິນຄາວແລ້ວ ຢ່າລືມຕໍ່ອາຫານຫວານ
ອາຫານຫວານອາຫານຄາວ ຄູ່ກັນສັນບໍ່ມີຊິ້ນ
ບາງເທື່ອກິນຫວານລ້າ ຍັງບໍ່ນົວແຊບອະລ່ອຍ
ຍັງຕ້ອງໂຮຍເກືອດ້ວຍ ຈຶ່ງນົວລິ້ນແຊບອີຫຼີ

ຫວານຄາວຄູ່ກັນແທ້ ສະເໝີດັ່ງວາຈາຄົນ
ມີແຕ່ຫວານຢ່າງດຽວ ຈົ່ງໃຄ່ຄວນຄຳນຶງຢ້ານ
ຫວານຫຼາຍຟັງຍິນແຈ້ງ ມະໂນໃນໃຈມ່ວນ
ອາດຈະມີລົດສົ້ມ ເຈັບຊໍ້າຍິ່ງກວ່າຄາວ

ຂອງຫວານຄາວລົດສົ້ມ ມັນບູດໂອ່ເປັນພິດ
ຄວນທີ່ຄຳນຶງຄິດ ໃສ່ໃຈຈຳໄວ້
ຫວານຄາວຄຳນຶງຖ້ວນ ໃຫ້ເຫັນໄນແຈ້ງແຈບ
ແຊບແຕ່ທີ່ປາກທໍ່ນັ້ນ ຈະເຈັບທ້ອງເມື່ອລຸນ
ທ່ານເອີຍ

 

ไม่มีความคิดเห็น:

แสดงความคิดเห็น